ຍີ່ປຸ່ນປ່ອຍດາວທຽມ Michibiki ລະບົບ GPS ດວງທີ 2 ຂຶ້ນສູ່ວົງໂຄຈອນ ເພື່ອວຽກງານຄວາມໝັ້ນຄົງ ແລະ ອື່ນໆ - ອິດສະຫຼະ

ຍີ່ປຸ່ນປ່ອຍດາວທຽມ Michibiki ລະບົບ GPS ດວງທີ 2 ຂຶ້ນສູ່ວົງໂຄຈອນ ເພື່ອວຽກງານຄວາມໝັ້ນຄົງ ແລະ ອື່ນໆ



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ຍີ່ປຸ່ນສົ່ງຈະຫຼວດ H-2A (H-IIA) ບັນທຸກດາວທຽມ Michibiki ດວງທີ 2 ຂຶ້ນສູ່ງວົງໂຄຈອນຕາມແຜນພັດທະນາເຄືອຂ່າຍດາວທຽມ 4 ດວງສຳລັບລະບົບລະບຸຕຳແໜ່ງໃນໂລກ ຫຼື GPS ຂອງຕົນເອງ ທີ່ສູນປ່ອຍຈະຫຼວດທາເນກະຊິມະ ພາກໃຕ້ຂອງຍີ່ປຸ່ນເມື່ອເວລາ 09:17 ນາທີຕາມເວລາທ້ອງຖິ່ນ ຫຼື 07:17 ນາທີ ຕາມເວລາໃນລາວ ເພື່ອຫຼຸດຜ່ອນຄວາມຜິດພາດກ່ຽວກັບສະຖານທີ່ຕັ້ງແຕ່ລະແຫ່ງໃນປະເທດ ຖືເປັນດາວທຽມດວງທີ 2 ຈາກທັງໝົດ 4 ດວງທີ່ຈະຖືກສົ່ງຂຶ້ນວົງໂຄຈອນ ເຊິ່ງດວງທຳອິດສົ່ງຂຶ້ນໄປແລ້ວເມື່ອປີ 2010.

ລາຍງານລະບຸວ່າ ການພັດທະນາເຄືອຂ່າຍດາວທຽວລະບົບ GPA ຂອງຕົນເອງ ຈະມີສ່ວນຊ່ວຍໃນການຫຼຸດຜ່ອນຄວາມຜິດພາດ ແລະ ລະບຸສະຖານທີ່ຕັ້ງຕ່າງໆໃນຍີ່ປຸ່ນ ເຊິ່ງຈະເຮັດໃຫ້ມີຄວາມແມ້ນຢຳຫຼາຍຂຶ້ນຈາກປົກກະຕິທີ່ມີຄວາມຄາດເຄື່ອນເຖິງ 10 ແມັດ ເຫຼືອພຽງບໍ່ເທົ່າໃດຊັງຕີແມັດໂດຍປະມານ, ຂໍ້ມູນທີ່ຖືກຕ້ອງຈະເປັນປະໂຫຍດສຳລັບຜູ້ຂັບຂີ່ ແລະ ການຂົນສົ່ງທີ່ໃຊ້ພາຫະນະແບບບັງຄັບບໍ່ມີຄົນຂັບ, ໃນຂະນະທີ່ສື່ບາງແຫຼ່ງລາຍງານວ່າ ລະບົບ GPS ນີ້ອາດຈະມີສ່ວນຊ່ວຍໃນການພັດທະນາຂີດຄວາມສາມາດໃນວຽກງານປ້ອງກັນປະເທດອີກດ້ວຍ.

ອົງການສຳຫຼວດອະວະກາດຍີ່ປຸ່ນ ແລະ ບໍລິສັດ ມິດຊູບິຊິ ເຮບວີ ອິນດັດທຣີ ວາງແຜນທີ່ຈະສົ່ງດາວທຽມອີກ 2 ດວງຂຶ້ນສູ່ວົງໂຄຈອນໃນລະດູໃບໄມ້ປົ່ງຂອງປີໜ້າ ເພື່ອເຮັດໃຫ້ລະບົບສຳເລັດສົມບູນ ແລະ ພ້ອມໃຊ້ງານ.


No comments

Powered by Blogger.