(ວິດີໂອ) ລັດເຊຍຖືກກຸ່ມ NATO ທ້າທາຍໃຊ້ F-16 ບິນທຽບຍົນລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Su-27 ບິນແຊກສະແດງອາວຸດຄຸ້ມກັນເຕັມກຳລັງ - ອິດສະຫຼະ

(ວິດີໂອ) ລັດເຊຍຖືກກຸ່ມ NATO ທ້າທາຍໃຊ້ F-16 ບິນທຽບຍົນລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Su-27 ບິນແຊກສະແດງອາວຸດຄຸ້ມກັນເຕັມກຳລັງ



ສຳນັກຂ່າວຕ່າງປະເທດລາຍງານ 21 ມິຖຸນາ 2017 ວ່າ: ຍົນຮົບ F-16 ຂອງອົງການສົນທິສັນຍາອາກລັງຕິກເໜືອ (ນາໂຕ : NATO) ພະຍາຍາມບິນເຂົ້າຫາຍົນທີ່ທ່ານ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍກຳລັງໂດຍສານຢູ່ ທີ່ບິນເໜືອເຂດນ່ານຟ້າສາກົນໃນເຂດທະເລບໍຕິກ ໂດຍທ່ານ ຊອຍກູ ກຳລັງຈະເດີນທາງໄປຍັງເມືອງຄາລິນິນກຣາດ ເພື່ອປະຊຸມປຶກສາຫາລືກ່ຽວກັບຄວາມພ້ອມໃນການປ້ອງກັນທາງທະຫານຢູ່ຟາກຝັ່ງຕາເວັນຕົກຂອງປະເທດ.


ເຊິ່ງຍົນຮົບຂອງລັດເຊຍ Su-27 ທີ່ບິນຕິດຕາມ ແລະ ປ້ອງກັນຍົນຂອງທ່ານຊອຍກູ ໄດ້ບິນເຂົ້າແຊກລະຫວ່າງຍົນຂອງທ່ານ ຊອຍກູ ກັບ F-16 ຂອງນາໂຕ ແລ້ວພິກຕະແຄງສະແດງອາວຸດໃຫ້ F-16 ໄດ້ເຫັນ ຈາກນັ້ນຍົນຮົບ F-16 ນາໂຕກໍ່ໄດ້ບິນຈາກໄປ.


No comments

Powered by Blogger.