ມາຮູ້ຈັກກັບສຸພາບບຸລຸດໝາຍເລກໜຶ່ງ ຄູ່ຄອງຜູ້ນຳປະເທດລຸກຊຳບວກ ໂດດເດັ່ນໃນເວທີປະຊຸມ NATO - ອິດສະຫຼະ

ມາຮູ້ຈັກກັບສຸພາບບຸລຸດໝາຍເລກໜຶ່ງ ຄູ່ຄອງຜູ້ນຳປະເທດລຸກຊຳບວກ ໂດດເດັ່ນໃນເວທີປະຊຸມ NATO



ຫຼັງຈາກພາບຖ່າຍຂອງ First Gentleman ສຸພາບບຸລຸດໝາຍເລກໜຶ່ງ ໜຶ່ງດຽວທ່າມກາງ First Lady ຂອງບັນດາຄູ່ຄອງຂອງຜູ້ນຳປະເທດສະມາຊິກກຸ່ມ NATO ທີ່ຈັດຂຶ້ນຢູ່ປະເທດແບນຊິກ ສ້າງປະຫວັດສາດໜ້າໃໝ່ ແລະ ຮຽກສຽງຮືຮາໄປທົ່ວໂລກ, ເລື່ອງລາວຄວາມຮັກຂອງທ່ານ Gauthier Destenay (ກົວທິເອ ເນສເຕເນ) ຄູ່ຄອງຂອງທ່ານ Xavier Bettel (ຊາເວີຍ ເບດໂທ) ນາຍົກລັດຖະມົນຕີປະເທດລຸກຊຳບວກ ກໍ່ເປັນສິ່ງທີ່ໜ້າສົນໃຈບໍ່ໜ້ອຍ.


ທ່ານ ກົວທິເອ ເດສເຕເນສ ມີອາຊີບເປັນສະຖາປະນິກ ຊາວແບນຊິກ ແລະ ແຕ່ງດອງກັບທ່ານ ຊາເວີຍ ເບດໂທ ນາຍົກລັດຖະມົນຕີປະເທດບຸກຊຳບວກ ຢ່າງຖືກຕ້ອງຕາມກົດໝາຍ ເມື່ອປີ 2015 ທີ່ຜ່ານມາທີ່ປະເທດບຸກຊຳບວກ ພາຍຫຼັງທີ່ກົດໝາຍອະນຸຍາດໃຫ້ມີການແຕ່ງດອງລະຫວ່າງບຸກຄົນທີ່ເປັນເພດດຽວກັນ ເມື່ອເດືອນມິຖຸນາປີ 2014, ຈົນເຮັດໃຫ້ທ່ານ ຊາເວີຍ ກາຍເປັນຜູ້ນຳປະເທດສະມາຊິກສະຫະພາບເອີຣົບຜູ້ທຳອິດທີ່ແຕ່ງດອງກັບຄູ່ຮັກເພດດຽວກັນໃນລະຫວ່າງການດຳລົງຕຳແໜ່ງ.


ເຖິງຢ່າງໃດກໍ່ດີ ການແຕ່ງດອງຂອງທັງຄູ່ ແລະ ພາບປະຫວັດສາດໃນເວທີ NATO ໄດ້ສະແດງໃຫ້ເຫັນວ່າ ມື້ນີ້ໂລກມີທິດທາງທີ່ຍອມຮັບການແຕ່ງດອງກັບເພດດຽວກັນຫຼາຍຂຶ້ນ ແລະ ເຄົາລົບສັກສີຄວາມເປັນມະນຸດ ແລະ ໃຫ້ກຽດກັນຫຼາຍຂຶ້ນ ເພາະວ່າເລື່ອງຂອງຄວາມຮັກບໍ່ວ່າຈະເກີດຂຶ້ນກັບເພດໃດກໍ່ລ້ວນແຕ່ເປັນສິ່ງທີ່ສວຍງາມສະເໝີ.






No comments

Powered by Blogger.