UN ເຕືອນການຜະລິດຢາບ້າ ແລະ ການເສບຢາບ້າ ເປັນໄພຮຸກຮານໃໝ່ຂອງອາຊີ - ອິດສະຫຼະ

UN ເຕືອນການຜະລິດຢາບ້າ ແລະ ການເສບຢາບ້າ ເປັນໄພຮຸກຮານໃໝ່ຂອງອາຊີ



ເມື່ອບໍ່ດົນມານີ້ລາຍງານຂອງໜ່ວຍງານດ້ານອາຊະຍາກຳ ແລະ ຢາເສບຕິດຂອງສະຫະປະຊາຊາດ ຫຼື UNODC ເຕືອນວ່າການຜະລິດ ແລະ ການເສບຢາເສບຕິດປະເພດເມດແອມເຟຕາມິນ ຫຼື ຢາບ້າທີ່ເພີ່ມຂຶ້ນ ກຳລັງເປັນໄພຮຸນຮານໃໝ່ຂອງປະເທດໃນອາຊີ.

ໂດຍຕົວເລກການຈັບຢາບ້າໃນປີ 2015 ມີສູງເຖິງ 287 ລ້ານເມັດໃນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໃຕ້ ສະແດງເຖິງການເພີ່ມຂຶ້ນຈາກຕົວເລກໃນປີ 2011 ກວ່າສອງເທົ່າຕົວ.

UNODC ລະບຸວ່າການເສບຢາບ້າໃນ: ມຽນມາ, ລາວ, ຫວຽດນາມ ແລະ ກຳປູເຈຍ ເພີ່ມຂຶ້ນຫຼາຍໃນ 2015, ໂດຍສະເພາະປະເທດກຳປູເຈຍ, ຈີນ, ຟິລິບປິນ, ສິງກະໂປ ແລະ ຫວຽດນາມໄດ້ລາຍງານຕົວເລກທີ່ເພີ່ມຂຶ້ນຂອງຜູ້ເສບຢາບ້າໃນປີ 2015

UNODC ຄາດຄະເນວ່າການຜະລິດ ແລະ ການຄ້າຢາເສບຕິດສ້າງລາຍໄດ້ໃຫ້ກັບກຸ່ມອາຊະຍາກອນປີລະປະມານ 40,000 ລ້ານໂດລາສະຫະລັດ ແລະ ການຂະຫຍາຍຕົວຂອງການຜະລິດ ແລະ ການຄ້າຢາເສບຕິດນີ້ກໍ່ສະທ້ອນເຖິງການປ່ຽນແປງທາງເສດຖະກິດໃນອາຊີໂດຍລວມເຊັ່ນ: ກຸ່ມຜູ້ຄ້າຢາເສບຕິດມີການຕັ້ງໂຮງງານຜະລິດຢູ່ໃກ້ກັບຕະຫຼາດຜູ້ເສບ ເພາະຊົນຊັ້ນກາງໃນອາຊີເພີ່ມຂຶ້ນ ແລະ ລະດັບລາຍໄດ້ທີ່ເພີ່ມຂຶ້ນ ລວມທັງການເຊື່ອມຕໍ່ໃນຂອງກຸ່ມປະເທດໃນອາຊຽນ ກໍ່ເຮັດໃຫ້ການຂົນຍ້າຍຢາເສບຕິດເຮັດໄດ້ງ່າຍຂຶ້ນອີກດ້ວຍ.

No comments

Powered by Blogger.