ປ.ທຣຳ ກ່າວໝົດຍຸກທີ່ຈະໃຊ້ມາດຕະການອົດທົນອົດກັ້ນ ເພື່ອຢຸດຕິໂຄງການອາວຸດນິວເຄຼຍຂອງເກົາຫຼີເໜືອ - ອິດສະຫຼະ

ປ.ທຣຳ ກ່າວໝົດຍຸກທີ່ຈະໃຊ້ມາດຕະການອົດທົນອົດກັ້ນ ເພື່ອຢຸດຕິໂຄງການອາວຸດນິວເຄຼຍຂອງເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 1 ກໍລະກົດ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາຖະແຫຼງທີ່ສວນກຸຫຼາບທຳນຽມຂາວ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 30 ມິຖຸນາ 2017 ທີ່ຜ່ານມາ ຄຽງຂ້າງກັບທ່ານ ມູນ ແຈ ອິນ ປະທານປະເທດເກົາຫຼີໃຕ້ ທີ່ໄດ້ເດີນທາງຢ້ຽມຢາມສະຫະລັດອາເມຣິກາວ່າ: ໂຄງການນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອຈະຕ້ອງຖືກຕອບໂຕ້ຢ່າງເດັດຂາດ ແລະ ຢໍ້າວ່າຍຸກຂອງຄວາມອົດທົນອົດກັ້ນທາງຍຸດທະສາດກັບລັດຖະບານເກົາຫຼີເໜືອຈົບລົງແລ້ວ.

ທ່ານ ທຣຳ ກ່າວອີກວ່າ ພວກເຮົາກຳລັງປະຕິບັດງານຮ່ວມຢ່າງໃກ້ຊິດກັບເກົາຫຼີໃຕ້ ແລະ ຍີ່ປຸ່ນ ລວມທັງຄູ່ຮ່ວມມືອື່ນໆທົ່ວໂລກ ທີ່ຕັ້ງຢູ່ບົນຄວາມຫຼາກຫຼາຍຂອງແນວທາງທັງໃນດ້ານການທູດ, ຄວາມໝັ້ນຄົງ ແລະ ມາດຕະການທາງເສດຖະກິດ ເພື່ອປົກປ້ອງພັນທະມິດຂອງພວກເຮົາ ແລະ ພົນລະເມືອງຂອງພວກເຮົາໃຫ້ຫຼຸດພົ້ນຈາກໄພຮຸກຮານຂອງເກົາຫຼີເໜືອ.

ນອກຈາກນັ້ນ ທ່ານ ທຣຳ ຍັງໄດ້ຢໍ້າເຖິງຄວາມຈຳເປັນທີ່ຈະຕ້ອງແບ່ງປັນຄ່າໃຊ້ຈ່າຍ ເພື່ອການປ້ອງກັນປະເທດລະຫວ່າງສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້.


No comments

Powered by Blogger.