ເດັກຍິງໃນຮ່າງເດັກຊາຍ ເພື່ອຄວາມເຊື່ອ ແລະ ຄວາມເທົ່າທຽມທາງສິດທິ ໃນອາຟະການິດສະຖານ - ອິດສະຫຼະ

ເດັກຍິງໃນຮ່າງເດັກຊາຍ ເພື່ອຄວາມເຊື່ອ ແລະ ຄວາມເທົ່າທຽມທາງສິດທິ ໃນອາຟະການິດສະຖານ




ໃນວັດທະນະທຳຂອງຫຼາຍປະເທດເດັກນ້ອຍຜູ້ຊາຍມີຄ່າຫຼາຍກວ່າເດັກນ້ອຍຜູ້ຍິງ ເມື່ອຜູ້ເປັນເມຍຖືພາ ທັງຜົວ ແລະ ເມຍຈະຄາດຫວັງວ່າລູກຄົນໃໝ່ຈະຕ້ອງເປັນລູກຜູ້ຊາຍ.

ອາບາສ ອາຍຸ 9 ປີ ເກີດມາເປັນຜູ້ຍິງ ແຕ່ລາວຕ້ອງໄດ້ຕັດຜົມສັ້ນ ແລະ ແຕ່ງຕົວດ້ວຍເຄື່ອງນຸ່ງຂອງເດັກນ້ອຍຜູ້ຊາຍ ເພາະເຫດໃດຈຶ່ງເປັນແບບນັ້ນ ຟາຕິມາ ຊາຟາຣິ ແມ່ຂອງລາວມີເຫດຜົນ.

"ຂ້ອຍໃຫ້ອາບາສແຕ່ງຕົວຄືເຕັກນ້ອຍຜູ້ຊາຍກໍ່ເພາະວ່າ ລູກຄົນຕໍ່ໄປຂອງຂ້ອຍຈະໄດ້ເປັນຜູ້ຊາຍ" ລາວກ່າວ "ໃນອາຟະການິດສະຖານ ຜູ້ຍິງເຮົາຈະມີຄ່າຫຼາຍຂຶ້ນ ຖ້າໃຫ້ກຳເນີດລູກຊາຍໄດ້ ຂ້ອຍມີລູກສາວມາແລ້ວ 5 ຄົນ ແລະ ຜົວຜິດຫວັງໃນຕົວຂ້ອຍຫຼາຍ"

ປັດຈຸບັນຍັງມີຄົນຈຳນວນຫຼາຍທີ່ເຊື່ອວ່າເພດຂອງເດັກນ້ອຍນັ້ນ ຖືກກຳນົດຂຶ້ນຈາກທ້ອງຂອງແມ່ ໃນອາຟະການິດສະຖານຜູ້ຍິງບໍ່ມີຄວາມເທົ່າທຽມກັບຜູ້ຊາຍ ແລະ ມີຂໍ້ຫ້າມລວມໄປເຖິງຂໍ້ປະຕິບັດຫຼາກຫຼາຍທີ່ບົງການຊີວິດຂອງຜູ້ຍິງ.

ສຳລັບນາງ ຟາຕິມາເອງນັ້ນ ພຽງແຕ່ເກີດເປັນຜູ້ຍິງກໍ່ຖືວ່າລຳບາກແລ້ວ ການທີ່ລາວບໍ່ຮູ້ໜັງສືຍິ່ງສົ່ງຜົນໃຫ້ລາວບໍ່ສາມາດຫາວຽກເຮັດໄດ້ "ຂ້ອຍຢາກໃຫ້ລູກສາວຂອງຂ້ອຍມີຊີວິດອິດສະຫຼະ ແລະ ມີໂອກາດໄດ້ຮຽນໜັງສື" ລາວກ່າວ.



No comments

Powered by Blogger.