ຟິລິບປິນເດີນໜ້າສົງຄາມຢາເສບຕິດ ແລະ ເລັ່ງຟື້ນຟູໂທດປະຫານຊີວິດ - ອິດສະຫຼະ

ຟິລິບປິນເດີນໜ້າສົງຄາມຢາເສບຕິດ ແລະ ເລັ່ງຟື້ນຟູໂທດປະຫານຊີວິດ



ສຳນັກຂ່າວຕ່າງປະເທດລາຍງານ 25 ກໍລະກົດ 2017 ວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນກ່າວຖະແຫຼງນະໂຍບາຍປະຈຳປີຕໍ່ສະພາ ເມື່ອວັນຈັນທີ່ຜ່ານມາ ເນື່ອງໃນວາລະຄົບຮອບ 1 ປີ ຂອງການບໍລິຫານປະເທດໃນຕຳແໜ່ງຜູ້ນຳຟິລິບປິນ ມີເນື້ອໃນສຳຄັນຕອນໜຶ່ງກ່າວວ່າ ທ່ານຈະເດີນໜ້ານະໂຍບາຍໃນການເຮັດສົງຄາມປາບປາມຢາເສດຕິດຕໍ່ໄປ ບໍ່ວ່າຈະເກີດສຽງປະນາມ ແລະ ແຮງກົດດັນອັນໜັກໜ່ວງຈາກກຸ່ມປະເທດຕາເວັນຕົກ ແລະ ອົງກອນສິດທິມະນຸດກໍ່ຕາມ ເນື່ອງຈາກຮາກເຫງົ້າຂອງບັນຫາຢາເສດຕິດນັ້ນຊົ່ວຮ້າຍ ແລະ ສ້າງຄວາມເຈັບປວດໃຫ້ກັບປະຊາຊົນຈຳນວນຫຼາຍ.

ເຊິ່ງທ່ານ ດູເຕເຕ ປະກາດໃຊ້ການກວາດລ້າງຢາເສບຕິດເປັນໜຶ່ງໃນວະລະແຫ່ງຊາດ ແລະ ນັບຕັ້ງແຕ່ເລີ່ມບໍລິຫານປະເທດເມື່ອວັນທີ 30 ມິຖຸນາ ປີທີ່ຜ່ານມາ ເຈົ້າໜ້າທີ່ຂອງຟິລິບປິນສັງຫານຜູ້ຕ້ອງສົງໄສກ່ຽວກັບຢາເສບຕິດໄປແລ້ວເກືອບ 3,200 ຄົນ, ຂະນະດຽວກັນຜູ້ນຳຟິລິບປິນກໍ່ໄດ້ຮຽກຮ້ອງໃຫ້ສະພາສະໜັບສະໜູນແນວຄິດຂອງທ່ານ ໃນການຟື້ນຟູການລົງໂທດປະທານຊີວິດ ທີ່ໄດ້ຢຸດເຊົາໄປຕັ້ງແຕ່ປີ 2006 ຕາມແນວຄິດທີ່ເຄື່ອນໄຫວໂດຍອົງກອນສາສະໜາທີ່ມີອິດທິພົນໃນປະເທດ.


ນອກຈາກນີ້ ທ່ານ ດູເຕເຕ ຍັງກ່າວເຖິງສະຖານະການຢູ່ເກາະມິນດາເນົາ ທີ່ຍັງຢູ່ພາຍໃຕ້ກົດໄອຍະການເສິກຈົນເຖິງທ້າຍປີ ເນື່ອງຈາກໄດ້ຕໍ່ອາຍຸການປະກາດເສິກອອກໄປອີກ ເພາະສະຖານະການສູ້ຮົບໃນເມືອງມາຣາວີຍັງຄົງແກ່ຍາວ ແລະ ຮຸນແຮງຢູ່ ເຊິ່ງມີຜູ້ເສຍຊີວິດຫຼາຍກວ່າ 600 ຄົນ ນັບຕັ້ງແຕ່ວັນທີ 23 ພຶດສະພາ 2017 ເປັນຕົ້ນມາ, ເຊິ່ງທ່ານຍັງເຊື່ອໝັ້ນວ່າການບັງຄັບໃຊ້ກົດໄອຍະການເສິກຢູ່ເກາະມິນດາເນົາຄື "ຫົນທາງທີ່ວ່ອງໄວທີ່ສຸດ" ໃນການປາບປາມກຸ່ມກະບົດເມົາເຕ.

ນອກຈາກນີ້ທ່ານຍັງໄດ້ກ່າວເຖິງສະຖານະການເສດຖະກິດ ແລະ ສິ່ງແວດລ້ອມໃນປະເທດວ່າ ທ່ານຄັດຄ້ານອຸດສາຫະກຳບໍ່ແຮ່ທີ່ຖືເປັນການທຳລາຍສິ່ງແວດລ້ອມ ໂດຍຈະຂຶ້ນພາສີອີກ ຫຼື ປິດບໍ່ແຮ່ທັງໝົດ ເນື່ອງຈາກຟິລິບປິນເປັນຜູ້ຜະລິດນີແກນລາຍໃຫຍ່ທີ່ສຸດຂອງໂລກ ແລະ ສົ່ງອອກແຮ່ຊະນິດອື່ນເປັນອັນດັບຕົ້ນໆ ແຕ່ຜັດສ້າງລາຍໄດ້ໃຫ້ແກ່ເສດຖະກິດຂອງປະເທດນ້ອຍກວ່າ 1%.

ໃນສ່ວນນະໂຍບາຍຕ່າງປະເທດກ່ຽວກັບຈີນ ທ່ານ ດູເຕເຕ ກ່າວຂອບໃຈລັດຖະບານຈີນທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນໃຫ້ແກ່ໂຄງການພັດທະນາລະບົບພື້ນຖານໂຄງລ່າງຂອງປະເທດ ແລະ ຢືນຢັນວ່າຕ້ອງການສົ່ງເສີມຄວາມສຳພັນກັບຈີນ ເຖິງຈະຍັງມີຄວາມຂັດແຍ່ງກັນທາງທະເລໃນທະເລຈີນໃຕ້ກໍ່ຕາມ ແລະ ເຖິງແມ່ນວ່າຝ່າຍຄ້ານໄດ້ກ່າວຫາວ່າທ່ານ ດູເຕເຕ ຍ້ອມຖິ້ມຜົນປະໂຫຍດຂອງຊາດ ເພື່ອແລກກັບເງິນຊ່ວຍເຫຼືອໄລຍະສັ້ນຈາກຈີນກໍ່ຕາມ.

No comments

Powered by Blogger.