ໂລກຈະມີໜ້າຕາເປັນແນວໃດ? ຖ້າຫາກນ້ຳກ້ອນທັງໝົດທີ່ມີຢູ່ໃນໂລກເປື່ອຍ - ອິດສະຫຼະ

ໂລກຈະມີໜ້າຕາເປັນແນວໃດ? ຖ້າຫາກນ້ຳກ້ອນທັງໝົດທີ່ມີຢູ່ໃນໂລກເປື່ອຍ


 

ພາບແຜນທີ່ທັງໝົດໃນນີ້ບໍ່ມີຫຍັງແຕກຕ່າງໄປຈາກແຜນທີ່ໃນປັດຈຸບັນ ຍົກເວັ້ນແຕ່ຢ່າງດຽວນັ້ນຄື ນ້ຳກ້ອນທັງໝົດໃນໂລກເປື່ອຍໝົດ ນີ້ຄືແຜນທີ່ຂອງທະວີບຕ່າງໆທີ່ຈະຈຳລອງໃຫ້ເຫັນເຖິງຜົນກະທົບຫາກລະດັບນ້ຳທະເລເພີ່ມສູງຂຶ້ນ 65 ແມັດ, ຊາຍຝັ່ງໃໝ່ໆ ແລະ ທະເລໃນແຜ່ນດິນຈະເກີດຂຶ້ນ ແລະ ໜ້າຕາຂອງທະວີບຕ່າງໆຈະແຕກຕ່າງໄປຈາກພາບແຜນທີ່ທີ່ພວກເຮົາເຫັນຈົນຄຸ້ນຕາໃນທຸກມື້ນີ້.

ທົ່ວໂລກມີປະລິມານນ້ຳກ້ອນທັງໝົດລວມກັນກວ່າ 20 ລ້ານກິໂລແມັດກ້ອນ, ນັກວິທະຍາສາດເຄີຍປະເມີນວ່າ ຫາກມະນຸດຍັງຄົງເດີນໜ້າຜະລິດອາຍກາກໂບນິກຕໍ່ໄປ ຈະໃຊ້ເວລາປະມານ 5,000 ປີ ຈຶ່ງຈະເຮັດໃຫ້ນ້ຳກ້ອນທັງໝົດເປື່ອຍ ເມື່ອເຖິງເວລານັ້ນໂລກທີ່ປາສະຈາກນ້ຳກ້ອນຈະມີອຸນຫະພູມສະເລ່ຍ 80 ອົງສາຟາເຣນໄຮ ເມື່ອທຽບກັບປັດຈຸບັນເຊິ່ງຢູ່ທີ່ປະມານ 58 ອົງສາຟາເຣນໄຮ.

ທະວີບອາເມຣິກາເໜືອ: ຊາຍຝັ່ງທະເລອາກລັງຕິກດັ່ງເດີມຈະໝົດໄປ ໃນທີ່ນີ້ລວມໄປເຖິງຊາຍຝັ່ງຟໍຣິດາ ແລະ ຊາຍຝັ່ງ Gulf ອີກດ້ວຍໃນລັດຄາລິຟໍເນຍ, ສາຍພູຊານຟານຊິສໂກຈະກາຍເປັນກຸ່ມເກາະ, ບໍລິເວນ Central Valley ຈະກາຍເປັນອ່າວແທນ.

ທະວີອາເມຣິກາໃຕ້ (ອາເມຣິກາລາຕິນ): ເຂດລຸ່ມນ້ຳອາເມຊອນ ບໍລິເວນໂດຍຮອບແມ່ນ້ຳ Basin ຈະກາຍເປັນອ່າວ, ສ່ວນນະຄອນຫຼວງບົວໂນສໄອເຣສ ເມືອງຫຼວງຂອງອາກຊັງຕິນຈະຈົມຢູ່ໃຕ້ນ້ຳ ເມື່ອນ້ຳທະເລຖ້ວມເຂົ້າໄປໃນແຜ່ນດິນກໍ່ໃຫ້ເກີດຊາຍຝັ່ງໃໝ່ໆ.


ທະວີບອາຟຣິກາ: ທຽບກັບທະວີບອື່ນໆ ອາຟຣິກາໄດ້ຮັບຜົນກະທົບຈາກການເພີ່ມຂຶ້ນຂອງລະດັບນ້ຳທະເລໜ້ອຍທີ່ສຸດ ແຕ່ອຸນຫະພູມທີ່ເພີ່ມຂຶ້ນຂອງໂລກຈະສົ່ງຜົນໃຫ້ຫຼາຍເຂດໃນທະວີບບໍ່ສາມາດຢູ່ອາໄສໄດ້ເຊັ່ນ: ໃນນະຄອນຫຼວງໄຄໂຮ ປະເທດເອຢິບ ແລະ ນະຄອນອະເລັກຊາຍເດຍຈະຖືກນ້ຳຈາກທະເລເມດີເຕີເຣນຽນຖ້ວມ.


ທະວີບເອີຣົບ: ນະຄອນຫຼວງລອນດອນ ຂອງປະເທດອັງກິດຈະກາຍເປັນພຽງຄວາມຊົງຈຳ, ນະຄອນເວນິສຈະຈົມຢູ່ໃຕ້ທະເລອາເດຼຍຕິກ ອີກຫຼາຍພັນປີນັບຈາກນີ້ໂຮນລັງຈະຄ່ອຍໆຈົມລົງສູ່ທະເລ, ດານມາກກໍ່ເຊັ່ນກັນ ຈາກການຂະຫຍາຍຕົວຂອງທະເລເມດີເຕີເຣນຽນ, ທະເລດຳ ແລະ ທະເລແຄສປຽນ.


ທະວີບອາຊີ: ເຂດທີ່ຢູ່ອາໄສຂອງຊາວຈີນຈຳນວນ 600 ລ້ານຄົນຈະຖືກນ້ຳຖ້ວມ ລວມໄປເຖິງປະເທດບັງກະລາເທດທີ່ມີປະຊາກອນ 160 ລ້ານຄົນ, ບໍລິເວນແນວຊາຍຝັ່ງທາງຕາເວັນອອກຂອງອິນເດຍຈະຖືກນ້ຳຖ້ວມຫຼາຍຂຶ້ນ, ພູມມິພາກອາຊີຕາເວັນອອກສຽງໃຕ້ນ້ຳຈະຖ້ວມນະຄອນຫຼວງບາງກອກປະເທດໄທ, ນ້ຳຈາກແມ່ນ້ຳຂອງຈະເຂົ້າຖ້ວມ ແລະ ສົ່ງຜົນໃຫ້ປະເທດກຳປູເຈຍກາຍເປັນເກາະ.


ທະວີບໂອເຊອານີ: ອຸນຫະພູມທີ່ເພີ່ມສູງຂຶ້ນ ສົ່ງຜົນໃຫ້ທະເລຊາຍຂະຫຍາຍຕົວ, ລະດັບນ້ຳທະເລຈະສົ່ງຜົນໃຫ້ເກີດທະເລໃນທະວີບເພີ່ມຂຶ້ນ, ເຂດຊາຍຝັ່ງທາງຕາເວັນອອກຂອງທະວີບຈະຖືກນ້ຳຖ້ວມ ເຊິ່ງບໍລິເວນດັ່ງກ່າວມີຄວາມສຳຄັນເນື່ອງຈາກປະຊາກອນຂອງປະເທດປະມານ 4 ໃນ 5 ຈາກທັງໝົດອາໄສຢູ່ໃນບໍລິເວນນັ້ນ.


ທະວີບອັງຕິກ
ອາກຕິກຕາເວັນອອກ: ນ້ຳກ້ອນຢູ່ອາກຕິກຕາເວັນອອກມີຂະໜາດໃຫຍ່ຫຼາຍ ແລະ ບັນຈຸນ້ຳກ້ອນປະລິມານ 4 ໃນ 5 ຈາກທັງໝົດທົ່ວໂລກ ແຕ່ເຖິງຢ່າງໃດກໍ່ຕາມກໍ່ບໍ່ອາດທົນຕໍ່ໂລກຮ້ອນໄດ້.

ອາຕິກຕາເວັນຕົກ: ເຊັ່ນດຽວກັບປະເທດກຣີນແລນ ເນື້ອທີ່ຂອງອາກຕິກຕາເວັນຕົກມີຂະໜາດນ້ອຍຫາກປາສະຈາກນ້ຳກ້ອນ ແລະ ພື້ນທະວີບສ່ວນໃຫຍ່ກໍ່ຢູ່ຕ່ຳກວ່າລະດັບນ້ຳທະເລ ພາວະໂລກຮ້ອນສົ່ງຜົນໃຫ້ຊັັ້ນນ້ຳກ້ອນຄ່ອຍໆຍຸບຕົວລົງເລື້ອຍໆ.


No comments

Powered by Blogger.