ລັດຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນການສະກັດກັ້ນ ແລະ ຄວມຄຸມສິນຄ້າບໍ່ມີຄຸນນະພາບໃນທ້ອງຕະຫຼາດ ໂດຍການເປີດສາຍດ່ວນ - ອິດສະຫຼະ

ລັດຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນການສະກັດກັ້ນ ແລະ ຄວມຄຸມສິນຄ້າບໍ່ມີຄຸນນະພາບໃນທ້ອງຕະຫຼາດ ໂດຍການເປີດສາຍດ່ວນ



ໃນໄລຍະຫຼາຍປີຜ່ານມາ ບັນຫາກ່ຽວກັບສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບເກີດມີຢູ່ໃນສັງຄົມຢ່າງແຜ່ຫຼາຍ ເປັນຕົ້ນແມ່ນສິນຄ້າໝົດອາຍຸ, ເສຍຄຸນ, ລາຄາສິນຄ້າຂື້ນແບບຜິດປົກກະຕິ, ສິນຄ້າບໍ່ໄດ້ມາດຕະຖານທີ່ກົດໝາຍໄດ້ກໍານົດ, ສິນຄ້າປອມແປງ ຫຼື ລອກຮຽນແບບ, ປົນເປື້ອນສານເຄມີ, ບໍ່ຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ, ມີການໂຄສະນາເກີນຈິງ, ມີການກັກຕຸນສິນຄ້າ, ມີການທຸ້ມຕະຫຼາດ, ຊັ່ງຜອງວັດແທກບໍ່ໄດ້ມາດຖານ, ສິນຄ້າບໍ່ມີສະຫຼາກເປັນພາສາລາວ ແລະ ບາງທີຜູ້ດໍາເນີນທຸລະກິດກໍ່ບໍ່ມີຮອດໃບທະບຽນ ດໍາເນີນທຸລະກິດ ກໍ່ໃຫ້ ເກີດມີຜົນກະທົບດ້ານລົບຕໍ່ຜູ້ບໍລິໂພກ ແລະ ຜູ້ຜະລິດ.

ລັດຖະບານແຫ່ງ ສປປ.ລາວ ເຫັນໄດ້ຄວາມຈໍາເປັນ ແລະ ຄວາມສໍາຄັນໃນການປົກປ້ອງຜູ້ບໍລິໂພກ ແລະ ຜູ້ຜະລິດ. ສະນັ້ນ, ໃນວັນທີ 30 ມິຖຸນາ 2010 ຈິ່ງໄດ້ອອກ ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ເພື່ອແນ່ໃສ່ຮັບປະກັນຜົນປະໂຫຍດ ແລະ ຄວາມປອດໄພຂອງຜູ້ຊົມໃຊ້ຈາກຜົນກະທົບທາງລົບທີ່ເນື່ອງມາຈາກການຊົມໃຊ້ສິນຄ້າ ແລະ ການບໍລິການ ທີ່ບໍ່ມີຄຸນນະພາບ. ນອກນັ້ນ, ກົດໝາຍດັ່ງກ່າວກໍ່ໄດ້ຖືກນໍາໃຊ້ເປັນເຄື່ອງມືດ້ານນິຕິກໍາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ ໃນການສະກັດກັ້ນ ແລະ ຄວບຄຸມສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ຄຸນນະພາບ ຫຼື ຊ່ວຍຫຼຸດຜ່ອນຄວາມສ່ຽງທີ່ອາດເຮັດໃຫ້ຜູ້ຂາຍ ຫຼື ຜູ້ໃຫ້ການບໍລິການກໍ່ຄວາມຜິດດ້ວຍເຈດຕະນາ ຫຼື ບໍ່ເຈດຕະນາ.

ດັ່ງນັ້ນ, ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍດັ່ງກ່າວ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 13 ພຶດສະພາ 2016 ໄດ້ເປີດໂຕນໍາໃຊ້ເລກໝາຍໂທລະສັບສີ່ຕົວເລກ (ສາຍດ່ວນ 1510)   ເພື່ອເປັນເຄື່ອງມືໃຫ້ປະຊາຊົນ ແລະ ພາກລັດ ໄດ້ປະສານສົມທົບກັນ ຫຼື ຮ່ວມກັນປົກປ້ອງສິດຜົນປະໂຫຍດຂອງຕົນ ທັງຊ່ວຍເປັນຫູເປັນຕາໃຫ້ພາກລັດເອົາໂທດກຸ່ມຄົນບໍ່ດີ ທີ່ຫວັງຜົນປະໂຫຍດ ໂດຍບໍ່ຄໍານືງເຖິງຄວາມປອດໄພ ຫຼື ເອົາລັດເອົາປຽບປະຊາຊົນ ໂດຍການແຈ້ງເບາະແສ ຫຼື ຂໍ້ມູນກ່ຽວກັບສິນຄ້າ ແລະ ການບໍລິການທີ່ບໍ່ໄດ້ມາດຖານໃນແຕ່ລະກໍລະນີຄື:

1) ສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ ຫຼື ບໍ່ໄດ້ຕາມເງື່ອນໄຂມາດຕະຖານທີ່ໄດ້ກໍານົດໄວ້;
2) ເມື່ອມີການຂື້ນລາຄາສິນຄ້າ ແລະ ການບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການທີ່ຮັບຜິດຊອບ;
3) ສິນຄ້າທີ່ປອມແປງ, ລອກຮຽນແບບ, ເສຍຄຸນ, ໝົດອາຍຸ ແລະ ປົນເປື້ອນສານເຄມີ;
4) ບໍ່ຕິດປ້າຍລາຄາສິນຄ້າ ແລະ ບໍລິການເປັນເງິນກີບ, ສິນຄ້າບໍ່ມີສະຫຼາກເປັນພາສາລາວ, ໂຄສະນາເກີນຈິງ, ແລະ
5) ບໍ່ມີໃບທະບຽນວິສາຫະກິດ, ມີການກັກຕຸນສິນຄ້າ, ມີການທຸ້ມຕະຫຼາດ, ຊັ່ງຜອງວັດແທກບໍ່ໄດ້ມາດຕະຖານ ເພື່ອແຈ້ງໃຫ້ເຈົ້າໜ້າທີ່ລັດລົງໄປກວດກາ ແລະ ດໍາເນີນການຕໍ່ຜູ້ລະເມີດຕາມລະບຽບກົດໝາຍ.

ນັບຕັ້ງແຕ່ເປີດໂຕນໍາໃຊ້ສາຍດ່ວນ 1510 ມາເຖິງປັດຈຸບັນ ມີປະຊາຊົນໃຫ້ການຮ່ວມມືຢ່າງຫ້າວຫັນ ແລະ ໄດ້ແຈ້ງເບາະແສ ຫຼື ຂໍ້ມູນ ທັງໝົດ 78 ກໍລະນີ, ເຊິ່ງບັນຫາທີ່ແຈ້ງເຂົ້າມາມີຄວາມກ່ຽວຂ້ອງກັບຫຼາຍຂະແໜງການ ເປັນຕົ້ນແມ່ນກ່ຽວກັບຂະແໜງອຸດສາຫະກໍາ ແລະ ການຄ້າ (ມີ 17 ກໍລະນີ); ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ (ມີ 15 ກໍລະນີ); ຂະແໜງສາທາລະນະສຸກ (ມີ 13 ກໍລະນີ); ຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານ (ມີ 6 ກໍລະນີ); ແລະ ຂະແໜງການອື່ນໆ (ມີ 27 ກໍລະນີ). ຫຼັງຈາກໄດ້ຮັບເບາະແສແຈ້ງເຂົ້າມາ ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປະສານງານຫາຂະແໜງການກ່ຽວຂ້ອງ ລົງໄປກວດກາ ແລະ ດໍາເນີນການແກ້ໄຂບັນຫາດັ່ງກ່າວ ຈົນສໍາເລັດໄປ 44 ກໍລະນີ, ຍັງດໍາເນີນການ 18 ກໍລະນີ ແລະ ແກ້ໄຂບໍ່ໄດ້ 16 ກໍລະນີ (ສາເຫດທີ່ພາໃຫ້ແກ້ໄຂບໍ່ໄດ້ ຍ້ອນບໍ່ສາມາດຕິດຕໍ່ຫາຜູ້ຮ້ອງທຸກ ໃນເວລາປະກອບຂໍ້ມູນ ແລະ ສໍານວນຫຼັກຖານຕ່າງໆ ເພື່ອດໍາເນີນການແກ້ໄຂ).

ການສ້າງສາຍດ່ວນ 1510 ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ເປັນເວທີພົບປະໂດຍກົງລະຫວ່າງພາກລັດ ແລະ ປະຊາຊົນ ຜ່ານທາງໂທລະສັບສາຍດ່ວນ ເພື່ອຮ່ວມກັນສະກັດກັ້ນ ແລະ ຄວມຄຸມສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ ເປັນການຊ່ວຍຫຼຸດຜ່ອນຂັ້ນຕອນ ແລະ ສ້າງຄວາມສະດວກສະບາຍໃຫ້ປະຊາຊົນໃນການແຈ້ງທຸກຫາເຈົ້າໜ້າທີ່ລັດ ໂດຍບໍ່ຈໍາເປັນຕ້ອງເຮັດໜັງສືສະເໜີຮ້ອງທຸກ. ຖ້າທ່ານໃດພົບເຫັນ, ມີເບາະແສ ຫຼື ຂໍ້ມູນກ່ຽວກັບສິນຄ້າ ແລະ ການບໍລິການທີ່ບໍ່ໄດ້ມາດຖານ ຕາມແຕ່ລະກໍລະນີຂ້າງເທິງ ແມ່ນສາມາດໂທແຈ້ງຫາກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າຕາມວັນ ແລະ ເວລາລັດຖະການ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆທັງນັ້ນ.

No comments

Powered by Blogger.