ກົມອຸຕຸເຕືອນ...! ພາຍຸລູກໃໝ່ກຳລັງມາ ຈະເຮັດໃຫ້ທົ່ວທຸກພາກຂອງລາວມີຝົນຕົກເພີ່ມຂຶ້ນ ແລະ ຕົກໜັກໃນບາງເຂດ ເຊິ່ງອາດມີນ້ຳຖ້ວມ - ອິດສະຫຼະ

ກົມອຸຕຸເຕືອນ...! ພາຍຸລູກໃໝ່ກຳລັງມາ ຈະເຮັດໃຫ້ທົ່ວທຸກພາກຂອງລາວມີຝົນຕົກເພີ່ມຂຶ້ນ ແລະ ຕົກໜັກໃນບາງເຂດ ເຊິ່ງອາດມີນ້ຳຖ້ວມ




ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນເລກທີ 0671/ກອຕທ ລົງວັນທີ 24 ກໍລະກົດ 2017 ວ່າ: ພາຍຸຊົງກາ (SONCA) ຫົວທີ 8 ປະຈຳປີ 2017 ໄດ້ກໍ່ຕົວຂຶ້ນຢູ່ເຂດທະເລຈີນໃຕ້ ເຊິ່ງໃນເວລາ 8 ໂມງຂອງວັນທີ 24 ກໍລະກົດ 2017 ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.2 ອົງສາເໜືອ, ເສັ້ນແວງທີ 111.3 ອົງສາຕາເວັນອອກ ແລະ ຄວາມໄວລົມສູງສຸດຢູ່ໃກ້ຈຸດສູນກາງ 65 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກໃຕ້ຂອງເກາະໄຮໜັນ ແລ້ວຜ່ານແຂວງວິງຂອງປະເທດຫວຽດນາມໃນຄ່ຳຄືນວັນທີ 25 ກໍລະກົດ 2017 ແລະ ຈະເຄື່ອນທີ່ຜ່ານແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ໃນຕອນເຊົ້າວັນທີ 26 ກໍລະກົດ ເຊິ່ງຈະເຮັດໃຫ້ສະພາບຝົນຕົກປານກາງ ຫາ ຕົກໜັກແຜ່ຂຶ້ນໄປຮອດພາກເໜືອແຂວງຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ ແລະ ແຜ່ລົງໄປຫາພາກໃຕ້ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຣຊັນຜ່ານນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ຜ່ານເຂົ້າປະເທດໄທ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນ້ຳຖ້ວມຊຸ, ດິນເຈື່ອນ, ນ້ຳຖ້ວມອັ່ງ, ລົມພັດແຮງ ເຊິ່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນອັນມີຄ່າຂອງພໍ່ແມ່ປະຊາຊົນ, ພ້ອມນີ້ກໍ່ໃຫ້ກະກຽມເຄື່ອນຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ, ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.



No comments

Powered by Blogger.