ຫ້າມສະມາຊິກລັດຖະບານ ດຳລົງຕຳແໜ່ງຢູ່ບ່ອນເກົ່າເກີນສອງສະໄໝຕິດຕໍ່ກັນ - ອິດສະຫຼະ

ຫ້າມສະມາຊິກລັດຖະບານ ດຳລົງຕຳແໜ່ງຢູ່ບ່ອນເກົ່າເກີນສອງສະໄໝຕິດຕໍ່ກັນ



ໂດຍອີງຕາມກົດໝາຍວ່າດ້ວຍ ລັດຖະບານ ສະບັບເລກທີ 04/ສພຊ ລົງວັນທີ 08 ພະຈິກ 2016 ໄດ້ກຳນົດໄວ້ໃນມາດຕາ 10 ວັກ 2 ວ່າດ້ວຍອາຍຸການຂອງລັດຖະບານ ໄດ້ລະບຸວ່າ "ສະມາຊິກລັດຖະບານ ດຳລົງຕຳແໜ່ງຢູ່ບ່ອນເກົ່າ ບໍ່ເກີນ ສອງສະໄໝຕິດຕໍ່ກັນ" ເຊິ່ງລັດຖະບານມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.

ເຊິ່ງໃນກົດໝາຍສະພາແຫ່ງຊາດ ສະບັບເລກທີ 64/ສພຊ ລົງວັນທີ 9 ທັນວາ 2015 ມາດຕາ 6 ອາຍຸການຂອງສະພາແຫ່ງຊາດແຕ່ລະຊຸດ ມີອາຍຸການ 5 ປີ (ຫ້າປີ) ເຊິ່ງເລີ່ມນັບຕັ້ງແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດນັ້ນ ໄປຈົນເຖິງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດໃໝ່.

ໃນກໍລະນີທີ່ສະພາແຫ່ງຊາດໝົດອາຍຸການແລ້ວ ແຕ່ຍັງບໍ່ທັນໄດ້ຮັບຮອງເອົາລັດຖະບານຊຸດໃໝ່ນັ້ນ ໃຫ້ລັດຖະບານຊຸດເກົ່າສືບຕໍ່ປະຕິບັດໜ້າທີ່ຂອງຕົນຈົນກວ່າຈະມີລັດຖະບານຊຸດໃໝ່.

No comments

Powered by Blogger.