ກອງປະຊຸມລັດຖະບານ ປະຈຳເດືອນ ກໍລະກົດ 2017 ໄດ້ພິຈາລະນາຫຼາຍບັນຫາ - ອິດສະຫຼະ

ກອງປະຊຸມລັດຖະບານ ປະຈຳເດືອນ ກໍລະກົດ 2017 ໄດ້ພິຈາລະນາຫຼາຍບັນຫາ



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກໍລະກົດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ແລະ ປິດລົງໃນວັນທີ 25 ກໍລະກົດ 2017 ຢູ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນເຂົ້າວາລະດໍາເນີນກອງປະຊຸມ ບັນດາສະມາຊິກລັດຖະບານ ໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ ຈາກກະຊວງທີ່ກ່ຽວຂ້ອງ. ສໍາລັບກອງປະຊຸມ ລັດຖະບານສະໄໝສາມັນຄັ້ງນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງ ແລະ ຮັບຮອງເອົາດ້ານຫຼັກການ ບັນດາຮ່າງກົດໝາຍ ຈຳນວນ 5 ສະບັບ ຄື:

1. ຮ່າງກົດໝາຍວ່າດ້ວຍ ການຈັດຊື້ຂອງລັດ;
2. ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ;
3. ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ສະບັບປັບປຸງ;
4. ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ;
5. ຮ່າງກົດໝາຍວ່າດ້ວຍ ແຮ່ທາດ ສະບັບປັບປຸງ.

ສຳລັບຮ່າງກົດໝາຍວ່າດ້ວຍ ການປະກັນສັງຄົມ ສະບັບປັບປຸງ ກອງປະຊຸມ ໄດ້ຕົກລົງຊີ້ນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ແລະ ປັບປຸງ ຕາມຄຳເຫັນຂອງສະມາຊິກລັດຖະບານ ແລ້ວຈຶ່ງນຳມາຜ່ານກອງປະຊຸມລັດຖະບານ ໃນຄັ້ງຕໍ່ໄປ ກ່ອນທີ່ຈະສະເໜີຫາ ສະພາແຫ່ງຊາດ ພິຈາລະນາຮັບຮອງ.

ສໍາລັບບົດລາຍງານຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟ ແຕ່ຊາຍແດນລາວ-ຈີນ ຫານະຄອນຫຼວງວຽງຈັນັ້ນ, ມີຄວາມຍາວທັງໝົດ 417 ກິໂລແມັດ, ແລວທາງລົດໄຟໄດ້ຜ່ານ 5 ແຂວງຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ. ໃນນີ້ ປະກອບມີ 32 ສະຖານີ, ກໍ່ສ້າງຂົວໃໝ່ 167 ແຫ່ງ, ເຈາະອຸໂມງ 75 ແຫ່ງ. ອັດຕາສ່ວນ ຂົວ ແລະ ອຸໂມງ ເທົ່າກັບ 62%. ເສັ້ນທາງລົດໄຟຜ່ານເຂດພູດອຍ ກວມເອົາ 80%, ສ່ວນທີ່ເຫຼືອແມ່ນພູພຽງ ແລະ ທົ່ງພຽງ. ໂຄງການດັ່ງກ່າວ ມີແຜນກໍ່ສ້າງສຳເລັດ 5 ປີ, ເລີ່ມແຕ່ວັນທີ 1/12/2016-31/12/2021 ແລະ ຈະເປີດນຳໃຊ້ຢ່າງເປັນທາງການ ໃນຕົ້ນປີ 2022. ຕໍ່ບັນຫາດັ່ງກ່າວກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງ ຢ່າງເປັນເຈົ້າການ ພ້ອມທັງ ໂຄສະນາຜົນສໍາເລັດການກໍ່ສ້າງ ແລະ ໃຫ້ປະຊາຊົນມີສ່ວນຮ່ວມ ໃນການກໍ່ສ້າງທາງລົດໄຟ ເພື່ອແກ້ໄຂຄວາມທຸກຍາກ. ສໍາຄັນແມ່ນຄຸ້ມຄອງກວດກາ ການນໍາເຂົ້າວັດຖຸ, ອຸປະກອນ, ພາຫະນະ, ນໍ້າມັນເຊື້ອໄຟ ລວມທັງ ເອົາໃຈໃສ່ການສ້າງ ຊັບພະຍາກອນມະນຸດ.

ສໍາລັບຄວາມຄືບໜ້າ ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະທີ 2 ແຕ່ສະຖານີທ່ານາແລ້ງ ຫາບ້ານຄຳສະຫວາດ (ສະຖານີວຽງຈັນ) ຄວາມຍາວ 7,5 ກິໂລແມັດ (ມູນຄ່າ 994,68 ລ້ານບາດ), ກອງປະຊຸມ ໄດ້ຊີ້ນໍາໃຫ້ສືບຕໍ່ດໍາເນີນຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການປະຕິບັດວຽກງານຈຸດສຸມທີ່ສໍາຄັນ ຂອງລັດຖະບານໂດຍສັງເຂບ ໃນ 01 ເດືອນຜ່ານມາ ເຊິ່ງເຫັນວ່າ ລັດຖະບານ ສາມາດປະຕິບັດຫຼາຍວຽກງານທີ່ພົ້ນເດັ່ນ. ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຊີ້ນໍາ ແລະ ເນັ້ນໜັກໃຫ້ບັນດາສະມາຊິກລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມສໍາຄັນໃນເດືອນ ສິງຫາ ນີ້ ເປັນຕົ້ນ:

1. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບທາງດ້ານການເມືອງ ໃຫ້ໝັ້ນທ່ຽງ. ເອົາໃຈໃສ່ແກ້ໄຂ ປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນ ໜໍ່ແໜງຂອງອາສະຍາກຳ, ບັນຫາຢາເສບຕິດ, ການຂີ້ລັກງັດແງະ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ ແລະ ບັນຫາອື່ນໆ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງ ກັບກົດໝາຍ ແລະ ລະບຽບການ.

2.    ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງລະ ອຽດ, ເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບຕໍ່ປະເທດເຮົາ. ພ້ອມນີ້, ກໍ່ສືບຕໍ່ການເຄື່ອນ ໄຫວວຽກງານຕ່າງປະເທດ ຢ່າງເປັນເຈົ້າການ.

3.     ຮິບຮ້ອນປັບປຸງບັນດາຮ່າງກົດໝາຍ ທີ່ລັດຖະບານໄດ້ຮັບຮອງດ້ານຫຼັກການ ໃນກອງປະຊຸມລັດຖະບານໃນຄັ້ງນີ້ ເພື່ອໃຫ້ສາມາດນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກໍານົດເວລາ.

4. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເພີ້, ອັດຕາແລກປ່ຽນໃຫ້ຢູ່ໃນເກນປົກກະຕິ; ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ດຳເນີນການຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຕິດຕາມຢ່າງໃກ້ສິດ ແລະ ຄົ້ນຄວ້າທິດທາງແກ້ໄຂຢ່າງຮອບຄອບ ແລະ ທັນການ ຕໍ່ການເຄື່ອນໄຫວລະດົມທຶນທີ່ບໍ່ຖືກລະບຽບ; ເອົາໃຈໃສ່ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະ ໃນການສ້າງເງື່ອນໄຂ ທີ່ພາກທຸລະກິດພາຍໃນ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ; ຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ ໂດຍສະເພາະ ສິນຄ້າອຸປະໂພກ ແລະ ບໍລິໂພກທີ່ກະທົບຕໍ່ພື້ນຖານ ການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນ: ເຂົ້າ, ຊີ້ນ, ປາ ແລະ ອື່ນໆ; ສືບຕໍ່ປັບປຸງລັດວິສາຫະກິດທີ່ມີບັນຫາ ໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນໂດຍໄວ; ສົ່ງເສີມການລົງທຶນ ຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງ ໃນການກະຕຸ້ນເສດຖະກິດ. ລັດຖະບານໄດ້ມອບໃຫ້ຄະນະ (ທີມງານເສດຖະກິດ) ລົງເລິກຄົ້ນຄວ້າບັນຫາດັ່ງກ່າວ ແລະ ລາຍງານຕໍ່ກອງປະຊຸມສະເພາະ ໃນຕົ້ນເດືອນສິງຫາ ທີ່ຈະມາເຖິງນີ້.

ໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຕິດຕາມ, ກວດກາ ການບໍລິການປະຕູດຽວ ຂອງຂະແໜງການຕົນຮັບຜິດຊອບ ຖ້າພົບເຫັນອຸປະສັກສິ່ງກີດຂວາງ ແລະ ຖວງດຶງ ບໍ່ວ່າຈະເປັນກົນໄກ ຫຼື ບຸກຄົນ ກໍໃຫ້ຮີບແກ້ໄຂໄວ ເພື່ອຊຸກຍູ້ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມນີ້  ກໍໃຫ້ສືບຕໍ່ຮັບຟັງຄໍາຄິດຄໍາເຫັນ ຂອງປະຊາຊົນ ທີ່ສ່ອງແສງຜ່ານ ສາຍດ່ວນ ແລະ ຄວນມີກ໋ອງປ່ອນຄວາມເຫັນ ຕໍ່ການບໍລິການປະຕູດຽວ ເພື່ອເປັນຂໍ້ມູນໃຫ້ການປະເມີນຜົນ ການໃຫ້ບໍລິການຮັບໃຊ້ສັງຄົມ ຂອງພາກສ່ວນຕົນ.

ໃຫ້ເອົາໃຈໃສ່ເພີ່ມທະວີການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງ ຕາມແຈ້ງການແນະນໍາເພີ່ມຕຶ່ມ ຂອງກະຊວງການເງິນ; ໃຫ້ເຂັ້ມງວດການຄຸ້ມຄອງ, ກວດກາ ສິນຄ້າຂອງບັນດາຮ້ານຄ້າ ປອດພາສີ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃນດ່ານ ແລະ ນອກ;  ສືບຕໍ່ຕິດຕັ້ງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການຂອງຂະແໜງສ່ວຍສາອາກອນ ໃຫ້ສໍາເລັດໄວ ພ້ອມດຽວກັນ ກໍໃຫ້ເອົາໃຈໃສ່ ລົງກວດກາການຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນຢູ່ບັນດາວິສາຫະກິດ ຈຳນວນ 30 ຫົວໜ່ວຍ ທີ່ຂຶ້ນກັບກັບການຄຸ້ມຄອງຂອງສູນກາງ.

ເອົາໃຈໃສ່ກະກຽມກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ຈະໄດ້ຈັດໃນເດືອນກັນຍາ ເພື່ອຮັບປະກັນການກະກຽມທີ່ດີ, ມອບໃຫ້ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງກ່ຽວຂ້ອງ ກະກຽມເນື້ອໃນໃຫ້ດີ. ບັນຫາທີ່ຈະນໍາມາປຶກສາຫາລືໃນກອງປະຊຸມ ປະກອບມີ:

1. ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ ແລະ ແຜນເງິນຕາ ປີ 2018, ແຜນ ການລົງທຶນຂອງລັດ.

2. ສະພາບການແກ້ໄຂໜີ້ສິນ, ການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ຂອງບັນດາແຂວງໃນທົ່ວປະເທດ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນຕໍ່ໜ້າ.

3. ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການປະຕິບັດຄໍາສັ່ງ ເລກທີ 15/ນຍ, ການແກ້ໄຂບັນຫາໄມ້ ແລະ ການດັດສົມໂຮງງານປຸງແຕ່ງໄມ້.

4. ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017.

5. ການຜັນຂະຫຍາຍ ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງພັກ-ລັດຖະບານ ໃນປີ 2017.

6.​ສະຫຼຸບການເຄື່ອນໄຫວວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະ ການປະຕິບັດທິດທາງແຜນການ 6 ເດືອນທ້າຍປີ 2017.

7. ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານຕ້ານແລ້ງ, ຕ້ານຖ້ວມ, ກະກຽມຮອບດ້ານໃຫ້ແກ່ການຜະລິດລະດູຝົນ; ສືບຕໍ່ຕິດຕາມເຝົ້າລະວັງ ການລະ ບາດຂອງສັດຕູພືດ ຢູ່ບັນດາແຂວງທີ່ມີຄວາມສ່ຽງ; ສືບຕໍ່ຈັດຕັ້ງເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດສັດຕາມລະດູການ.

8. ຮິບຮ້ອນລົງຕິດຕາມກວດກາສະພາບເສັ້ນທາງທີ່ຖືກເຊາະເຈື່ອນ ເປ່ເພໃນຂອບເຂດທົ່ວປະເທດ ພ້ອມທັງມີແຜນກະກຽມສ້ອມແປງໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ການສັນຈອນ-ຂົນສົ່ງ. ໃຫ້ເອົາໃຈໃສ່ກວດກາ ການບັນທຸກສິນຄ້າຂົນສົ່ງເກີນນໍ້າໜັກ ແລະ ຈໍາກັດຊ່ອງວ່າງໃຫ້ເຈົ້າໜ້າທີ່ສວຍໂອກາດເກັບເງິນ ໂດຍບໍ່ຖືກຕ້ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ.

ສຸດທ້າຍທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເຝົ້າລະວັງການລະບາດພະຍາດລະດູຝົນ ແລະ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສ້າງກິດຈະກໍາຕ່າງໆໃຫ້ນັກຮຽນ ໃນຍາມພັກຮຽນ ແລະ ເອົາໃຈໃສ່ການກະກຽມ ແຂ່ງຂັນມະຫາກໍາກິລາແຫ່ງຊາດ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ບົນພື້ນຖານການປະຢັດ. ສໍາລັບການກະກຽມປີທ່ອງທ່ຽວ ແມ່ນໃຫ້ລິເລີ່ມຈັດຕັ້ງປະຕິບັດ ບັນດາກິດຈະກໍາ ເພື່ອໃຫ້ມີບັນຍາກາດຟົດຟື້ນ ໃນເວລາເປີດປິທ່ອງທ່ຽວ. ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ກໍ່ຍັງໄດ້ຮຽກຮ້ອງໃຫ້ ບັນດາສະມາຊິກລັດຖະບານ ສຶບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ ພ້ອມທັງ ມີການສະຫຼຸບລາຍງານມາຍັງ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ກ່ອນກອງປະຊຸມລັດຖະບານໃນເດືອນສິງຫາ. ພ້ອມນີ້, ຈະໄດ້ທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ແຈ້ງການ ແລະ ທິດຊີ້ນຳທີ່ສຳຄັນຕ່າງໆຂອງລັດຖະບານ ຕໍ່ກອງປະຊຸມໃນເດືອນສິງຫານີ້.

No comments

Powered by Blogger.