ໄຊຊະນະ ແກ້ວພິມພາ ພ້ອມພວກປະຕິເສດທຸກຂໍ້ກ່າວຫາ ພ້ອມສູ້ຄະດີ - ອິດສະຫຼະ

ໄຊຊະນະ ແກ້ວພິມພາ ພ້ອມພວກປະຕິເສດທຸກຂໍ້ກ່າວຫາ ພ້ອມສູ້ຄະດີ



ສື່ໃນໄທລາຍງານ 31 ກໍລະກົດ 2017 ວ່າ: ສານນັດສືບປາກຄຳໃຫ້ການຂອງຈຳເລີຍ ທີ່ໄອຍະການຄະດີຢາເສບຕິດຂອງໄທ ຍື່ນຟ້ອງທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 41 ປີ ສັນຊາດລາວ  ແລະ ພວກຄົນໄທອີກ 2 ຄົນ ໃນຄະດີສົມຄົບກັນຕັ້ງແຕ່ 2 ຄົນຂຶ້ນໄປເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ.

ໂດຍກໍລະນີດັ່ງກ່າວສືບເນື່ອງມາຈາກເມື່ອວັນທີ 23 ກໍລະກົດ 2015 - 30 ທັນວາ 2016 ຈຳເລີຍກັບພວກຮ່ວມກັນມີຢາບ້າ 3,381,400 ເມັດ ໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ ພ້ອມເງິນອີກ 144 ລ້ານບາດ ເຊິ່ງໄອຍະການໄດ້ຍື່ນຟ້ອງພ້ອມລະບຸຄັດຄ້ານການໃຫ້ປະກັນຕົວ ເນື່ອງຈາກຢາເສບຕິດຂອງກາງມີຈຳນວນຫຼາຍ, ຄະດີມີອັດຕາໂທດສູງ ເປັນຫ່ວງວ່າຖ້າໃຫ້ປະກັນ ເພື່ອປ່ອຍຕົວຊົ່ວຄາວຈຳເລີຍອາດຈະຫຼົບໜີຄະດີໄດ້.

ເຊິ່ງທັງ 3 ໄດ້ຖືກຂັງໄວ້ໃນຄຸກຕະຫຼອດມາພາຍຫຼັງຖືກຈັບກຸມ ເຊິ່ງໃນມື້ນີ້ສານໄດ້ນຳຕົວຈຳເລີຍທັງ 3 ມາສານເພື່ອສືບປາກຄຳ ແລະ ໃຫ້ການ, ສານໄດ້ອະທິບາຍຄຳຟ້ອງໃຫ້ຈຳເລີຍທັງ 3 ຟັງ ໂດຍເຂົ້າໃຈແລ້ວສອບຖາມວ່າຈະຮັບສາລະພາບ ຫຼື ປະຕິເສດ ປາກົດວ່າຈຳເລີຍທັງສາມໃຫ້ການປະຕິເສດ ແລະ ຈະຫາທະນາຍຄວາມມາຕໍ່ສູ້ຄະດີຕໍ່ໄປ.

No comments

Powered by Blogger.