ສ.ອາເມຣິກາ ທົດລອງລະບົບປ້ອງກັນຂີປະນາວຸດ (THAAD) ຕອບໂຕ້ເກົາຫຼີເໜືອທົດລອງ ICBM - ອິດສະຫຼະ

ສ.ອາເມຣິກາ ທົດລອງລະບົບປ້ອງກັນຂີປະນາວຸດ (THAAD) ຕອບໂຕ້ເກົາຫຼີເໜືອທົດລອງ ICBM



ສຳນັກຂ່າວຕ່າງປະເທດລາຍງານ 31 ກໍລະກົດ 2017 ວ່າ: ເມື່ອວັນອາທິດທີ່ຜ່ານມາ (30/07/2017) ສະຫະລັດອາເມຣິກາໄດ້ດຳເນີນການທົດສອບລະບົບປ້ອງກັນຂີປະນາວຸດເພດານສູງ ຫຼື ລະບົບ (THAAD) ອີກຄັ້ງໜຶ່ງ ເພື່ອສະແດງຂີດຄວາມສາມາດທາງການທະຫານຕອບໂຕ້ການທົດລອງຍິງຂີປະນາວຸດຂ້າມທະວີບ (ICBM) Hwasong-14 ຂອງເກົາຫຼີເໜືອ ທີ່ໄດ້ມີການທົດລອງໃນຄືນວັນທີ 28/07/2017 ທີ່ຜ່ານມາ.

ການທົດລອງລະບົບ THAAD ຄັ້ງນີ້ເກີດຂຶ້ນໃນມະຫາສະໝຸດປາຊີຟິກ ທີ່ດຳເນີນການໂດຍສຳນັກງານປ້ອງກັນຂີປະນາວຸດ (MDA) ຂອງສະຫະລັດອາເມຣິກາ ແລະ ໄດ້ລະບຸວ່າ ຈະຫຼວດປະສົບຄວາມສຳເລັດໃນການທຳລາຍເປົ້າໝາຍ ເຊິ່ງເປັນຂີປະນາວຸດພິໄສກາງສຳລັບເຝິກຊ້ອມ.


No comments

Powered by Blogger.