ລັດເຊຍຂັບໄລ່ນັກການທູດ ສ.ອາເມຣິກາ 755 ຄົນ ໃຫ້ອອກຈາກປະເທດກ່ອນ 1 ກັນຍາ ຕອບໂຕ້ນະໂຍບາຍ ສ.ອາເມຣິກາ - ອິດສະຫຼະ

ລັດເຊຍຂັບໄລ່ນັກການທູດ ສ.ອາເມຣິກາ 755 ຄົນ ໃຫ້ອອກຈາກປະເທດກ່ອນ 1 ກັນຍາ ຕອບໂຕ້ນະໂຍບາຍ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 31 ກໍລະກົດ 2017 ວ່າ: ກະຊວງການຕ່າງປະເທດລັດເຊຍ ອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ລະບຸຄວາມຕ້ອງການໃຫ້ສະຫະລັດອາເມຣິກາ ຫຼຸດຈຳນວນເຈົ້າໜ້າທີ່ການທູດໃນປະເທດລັດເຊຍ ໃຫ້ເຫຼືອໃນຈຳນວນທີ່ເທົ່າກັນກັບເຈົ້າໜ້າທີ່ການທູດຂອງລັດເຊຍໃນສະຫະລັດອາເມຣິກາຄື 455 ຄົນ ພາຍໃນວັນທີ 1 ກັນຍາ 2017 ນີ້ ແລະ ນັບຕັ້ງແຕ່ວັນທີ 1 ສິງຫາ 2017 ນີ້ເປັນຕົ້ນໄປ ລັດຖະບານສະຫະລັດອາເມຣິກາບໍ່ມີສິດເຂົ້າເຖິງສາງ ທີ່ຕັ້ງຢູ່ຖະໜົນໂດຣອດນາຢາ (Dorozhnaya) ແລະ ເຮືອນພັກນັກການທູດສະຫະລັດອາເມຣິກາທີ່ຢູ່ທິດຕາເວັນຕົກສຽງເໜືອຂອງນະຄອນຫຼວງມົດສະກູ ເພື່ອຕອບໂຕ້ທີ່ສະພາຂອງສະຫະລັດອາເມຣິກາຜ່ານຮ່າງກົດໝາຍວ່າດ້ວຍການຂວໍ້າບາດລັດເຊຍ ເມື່ອອາທິດທີ່ຜ່ານມາ ແລະ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາກ່າວວ່າ ຈະລົງນາມອະນຸມັດໃຫ້ກົດໝາຍມີຜົນບັງຄັບໃຊ້.

ໂດຍທ່ານ ວະລາດີເມຍ ປູຕິນ ປະທານປະເທດລັດເຊຍ ໃຫ້ສຳພາດກັບສະຖານນີໂທລະພາບແຫ່ງໜຶ່ງເມື່ອວັນອາທິດທີ່ຜ່ານມາວ່າ "ເຈົ້າໜ້າທີ່ດ້ານການທູດຂອງສະຫະລັດອາເມຣິກາ 755 ຄົນ ຕ້ອງຢຸດຕິການປະຕິບັດໜ້າທີ່ ແລະ ເດີນທາງອອກຈາກລັດເຊຍ" ແລະ ການຟື້ນຟູຄວາມສຳພັນລະຫວ່າງທັງສອງປະເທດບໍ່ໜ້າຈະເກີດຂຶ້ນໃນອະນາຄົດອັນໃກ້ນີ້ ຂະນະດຽວກັນ ຜູ້ນຳລັດເຊຍກ່າວອີກວ່າ ລັດຖະບານລັດເຊຍອາດຈຳກັດຂອບເຂດການປະຕິບັດໜ້າທີ່ທາງການທູດຂອງສະຫະລັດອາເມຣິກອີກໃນອະນາຄົດ ແຕ່ຫວັງວ່າຈະບໍ່ເກີດເຫດການນັ້ນ, ເຊິ່ງທ່ານ ປູຕິນ ບໍ່ໄດ້ບອກວ່າໃຊ້ປັດໄຈໃດໃນການຄິດໄລ່ ແລະ ຕັດສິນຂັບໄລ່ເຈົ້າໜ້າທີ່ການທູດຂອງສະຫະລັດອາເມຣິກາເຖິງ 755 ຄົນ ແຕ່ກ່າວພຽງວ່າເຖິງເວລາທີ່ລັດເຊຍຕ້ອງສະແດງທ່າທີຕອບໂຕ້.

ເຖິງແມ່ນວ່າທາງການສະຫະລັດຍັງປະຕິເສດທີ່ຈະຢືນຢັນຈຳນວນທີ່ແນ່ນອນ ຂອງບຸກຄະລາກອນດ້ານການທູດໃນລັດເຊຍ ແຕ່ລາຍງານເມື່ອປີ 2013 ລະບຸວ່າລັດຖະບານສະຫະລັດອາເມຣິກາມີເຈົ້າໜ້າທີ່ການທູດໃນລັດເຊຍລວມ 1,279 ຄົນຈາກໜ່ວຍງານໃນສັງກັດຂອງລັດຖະບານສະຫະລັດອາເມຣິກາ 35 ແຫ່ງ ກະຈາຍກັນປະຕິບັດໜ້າທີ່ທາງການທູດປະຈຳນະຄອນຫຼວງມົດສະກູ ແລະ ສະຖານກົງສູນອີກ 3 ແຫ່ງ ໃນນະຄອນເຊນປີເຕີສະເບີກ, ເມືອງເຢຄາເທີຣິນເບີກ ແລະ ເມືອງວະລາດີວັອດສະຕັອກ.

ໃນດ້ານຂອງກະຊວງການຕ່າງປະເທດສະຫະລັດອາເມຣິກາສະແດງຄວາມຜິດຫວັງເປັນຢ່າງຍິງ ແລະ ວິຈານວ່າລັດເຊຍໃຊ້ມາດຕະການທີ່ບໍ່ສົມເຫດສົມຜົນ ດ້ວຍການສັ່ງຂັບໄລ່ເຈົ້ານ້າທີ່ການທູດຂອງສະຫະລັດອາເມຣິກາເຖິງ 755 ຄົນ ໃຫ້ເດີນທາງອອກນອກປະເທດພາຍໃນວັນທີ 1 ກັນຍາ 2017 ນີ້ ເຊິ່ງຖືເປັນການເນລະເທດເຈົ້າໜ້າທີ່ການທູດຂອງຕ່າງປະເທດທີ່ຫຼາຍທີ່ສຸດໃນປະຫວັດສາດຍຸກໃໝ່ ໂດຍລັດຖະບານສະຫະລັດອາເມຣິກາກຳລັງປະເມີນຜົນກະທົບ ແລະ ຄວາມເສຍຫາຍທີ່ອາດເກີດຂຶ້ນ ລວມທັງອາດມີມາດຕະການຕອບໂຕ້ເລື່ອງນີ້ໃນອະນາຄົດດ້ວຍ.


No comments

Powered by Blogger.