ສ.ອາເມຣິກາ ສົ່ງຍົນຖິ້ມລະເບີດຄວາມໄວເໜືອສຽງ ຂົ່ມຂູ່ເກົາຫຼີເໜືອ - ອິດສະຫຼະ

ສ.ອາເມຣິກາ ສົ່ງຍົນຖິ້ມລະເບີດຄວາມໄວເໜືອສຽງ ຂົ່ມຂູ່ເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 31 ກໍລະກົດ 2017 ວ່າ: ກອງທັບອາກາດສະຫະລັດອາເມຣິກາ ໄດ້ສົ່ງຍົນຖິ້ມລະເບີດ B1-B ຄວາມໄວເໜືອສຽງ ຈຳນວນ 2 ລຳບິນຢູ່ເໜືອແຫຼມເກົາຫຼີ ເພື່ອສະແດງເຖິງຄວາມສາມາດທາງການທະຫານ ພາຍຫຼັງທີ່ເກົາຫຼີປະກາດວ່າປະສົບຄວາມສຳເລັດໃນການທົດລອງຂີປະນາວຸດຂ້າມທະວີບ (ICBM) Hwasong-14 ເປັນຄັ້ງທີ 2 ເມື່ອວັນທີ 28 ກໍລະກົດ 2017 ທີ່ຜ່ານມາ.

ການເຄື່ອນໄຫວດັ່ງກ່າວຂອງລັດຖະບານເກົາຫຼີເໜືອເປັນເຄື່ອງພິສູດວ່າ ຂີປະນາວຸດເກົາຫຼີເໜືອສາມາດຍິງໂຈມຕີໄດ້ໄກເຖິງດິນແດນສະຫະລັດອາເມຣິກາ ເຊິ່ງເຮັດໃຫ້ທ່ານ ໂດໂນ ທຣຳ ປະທານປະເທດ ສະຫະລັດອາເມຣິກາກ່າວເຕືອນເກົາຫຼີເໜືອດ້ວຍຄວາມບໍ່ພໍໃຈເປັນຢ່າງຍິງ.

ຍົນຖິ້ມລະເບີດ B1-B ນັ້ນໄດ້ອອກປະຕິບັດການເມື່ອວັນເສົາທີ່ຜ່ານມາ (29/07/2017) ເຊິ່ງຖືເປັນການຕອບໂຕ້ໂດຍກົງຕໍ່ເກົາຫຼີເໜືອທີ່ຍິງຂີປະນາວຸດ, ຍົນຖິ້ມລະເບີດດັ່ງກ່າວບິນອອກຈາກຖານທັບອາກາດສະຫະລັດອາເມຣິກາຢູ່ເກາະກວມ ໂດຍມີຍົນຮົບຍີ່ປຸ່ນ ແລະ ເກົາຫຼີໃຕ້ຮ່ວມປະຕິບັດການຢູ່ນຳ.

ດ້ານຜູ້ບັນຊາການກອງທັບອາກາດສະຫະລັດປະຈຳພາກພື້ນປາຊີຟິກຖະແຫຼງວ່າ "ເກົາຫຼີເໜືອ ຍັງຄົງເປັນໄພຮຸກຮານຢ່າງຍິ່ງຕໍ່ເສລີພາບໃນພູມມິພາກ ແລະ ສະຫະລັດອາເມຣິກາພ້ອມຈະໃຊ້ກຳລັງຕອບໂຕ້ຕາມຄວາມເໝາະສົມ"

No comments

Powered by Blogger.