ການເມືອງໂລກ ນັບມື້ນັບເຄັ່ງຕຶງ ຫຼາຍຝ່າຍຕ່າງກົດດັນເຊິ່ງກັນ ແລະ ກັນ - ອິດສະຫຼະ

ການເມືອງໂລກ ນັບມື້ນັບເຄັ່ງຕຶງ ຫຼາຍຝ່າຍຕ່າງກົດດັນເຊິ່ງກັນ ແລະ ກັນ



ສຳນັກຂ່າວຕ່າງປະເທດລາຍງານ 1 ສິງຫາ 2017 ວ່າ: ສະຖານະການການເມືອງໂລກທະວີຄວາມເຄັ່ງຕຶງຍິ່ງຂຶ້ນ ພາຍຫຼັງທີ່ທ່ານ ນາງ ນິກກີ ຮາລີ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳສະຫະປະຊາຊາດ ກ່າວວ່າ ສ.ອາເມຣິກາຈະບໍ່ຮຽກຮ້ອງການດຳເນີນການຈາກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊົນ (UNSC) ພາຍຫຼັງທີ່ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບຄັ້ງຫຼ້າສຸດເມື່ອອາທິດທີ່ຜ່ານມາ ໂດຍລະບຸວ່າ ສຳລັບ ສ.ອາເມຣິການັ້ນການເຈລະຈາໃນບັນຫາຂອງເກົາຫຼີເໜືອໄດ້ຈົບລົງແລ້ວ ແລະ ພ້ອມຈະກົດດັນໃຫ້ຈີນຕັດສິນໃຈກ່ຽວກັບການຂວໍ້າບາດຕໍ່ເກົາຫຼີເໜືອ.

ທ່ານ ນາງ ຮາລີ ກ່າວວ່າ "ເກົາຫຼີເໜືອລະເມີດມະຕິຂອງ UNSC ມາແລ້ວຫຼາຍຄັ້ງ ແຕ່ກໍ່ຍັງຫຼຸດລອດຈາກການຖືກລົງໂທດ" ແລະ ເຖິງເວລາແລ້ວທີ່ຈີນຕ້ອງຕັດສິນໃຈວ່າຈະສະໜັບສະໜູນການຂວໍ້າບາດເກົາຫຼີເໜືອທີ່ຮຸນແຮງຍິ່ງຂຶ້ນ ຫຼື ບໍ່.

ໃນດ້ານທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ກໍ່ໄດ້ລົງຂໍ້ຄວາມໃນ Twitter ສະແດງຄວາມຜິດຫວັງເປັນຢ່າງຍິ່ງຕໍ່ຈີນໃນກໍລະນີຂອງເກົາຫຼີເໜືອ ໂດຍລະບຸວ່າ ບັນຫາດັ່ງກ່າວຈະບໍ່ບານປາຍຫາກຈີນ ແລະ ທຸກຝ່າຍຮ່ວມມືແກ້ໄຂ ໂດຍພາຍຫຼັງທີ່ທ່ານ ທຣຳ ລົງຂໍ້ຄວາມດັ່ງກ່າວ ຈີນກໍ່ໄດ້ອອກຖະແຫຼງການສະແດງຄວາມບໍ່ພໍໃຈຕໍ່ຄຳວິຈານຂອງທ່ານ ທຣຳ ພ້ອມລະບຸໃຫ້ ສ.ອາເມຣິກາໄຈ້ແຍກບັນຫາລະຫວ່າງການຄ້າອອກຈາກການທົດລອງຂີປະນາວຸດຂອງເກົາຫຼີເໜືອ.

ນອກຈາກບັນຫາເກົາຫຼີເໜືອແລ້ວ ສ.ອາເມຣິກາຕ້ອງພົບກັບແຮງກົດດັນຈາກຄວາມບໍ່ລົງຮອຍຮອບໃໝ່ກັບລັດເຊຍ ໂດຍທ່ານ ວະລາດີເມຍ ປູຕິນ ປະທານປະເທດລັດເຊຍ ໄດ້ກ່າວ ແລະ ເປີດເຜີຍວ່າ ສ.ອາເມຣິກາຈະຕ້ອງຫຼຸດຈຳນວນເຈົ້າໜ້າທີ່ການທູດອອກຈາກລັດເຊຍ 755 ຄົນ ຈາກທັງໝົດທີ່ມີຫຼາຍກວ່າ 1,000 ຄົນ ເພື່ອໃຫ້ເທົ່າທຽມກັບຈຳນວນເຈົ້າໜ້າທີ່ການທູດຂອງລັດເຊຍໃນ ສ.ອາເມຣິກາ ແລະ ອາດຈະໃຊ້ມາດຕະການອື່ນໆເພີ່ມເຕີມ ເພື່ອຕອບໂຕ້ກໍລະນີທີ່ສະພາ ສ.ອາເມຣິກາມີມະຕິຜ່ານຮ່າງກົດໝາຍຂວໍ້າບາດລັດເຊຍອີກຮອບໃໝ່, ເຊິ່ງສິ່ງດັ່ງກ່າວຈະສົ່ງຜົນໃຫ້ທ່ານ ທຣຳ ຍາກທີ່ຈະຊຸກດັນນະໂຍບາຍຟື້ນຟູຄວາມສຳພັນກັບລັດເຊຍໄດ້ສຳເລັດ.

ເຊິ່ງຄວາມເຄັ່ງຕຶງດ້ານການເມືອງໂລກຄືດັ່ງກ່າວ ໄດ້ເປັນປັດໄຈໜຶ່ງທີ່ກົດດັນໃຫ້ຄ່າເງິນໂດລາສະຫະລັດອ່ອນຄ່າ ແລະ ເຄື່ອນໄຫວຢູ່ໃກ້ຄຽງກັບລະດັບຕ່ຳສຸດໃນຮອບ 2 ປີເຄິ່ງທີ່ຜ່ານມາ ເມື່ອທຽບກັບຄ່າເງິນເອີໂຣ ແລະ ຍັງອ່ອນຄ່າເມື່ອທຽບກັບເງິນເຢນຫຼາຍທີ່ສຸດນັບຕັ້ງແຕ່ກາງເດືອນມິຖຸນາ ທີ່ຜ່ານມາ.


No comments

Powered by Blogger.