ສ.ອາເມຣິກາ ຜິດຫວັງທີ່ປະເທດຕວັກກີໜຶ່ງໃນສະມາຊິກ NATO ສັ່ງຊື້ S-400 ຈາກລັດເຊຍ - ອິດສະຫຼະ

ສ.ອາເມຣິກາ ຜິດຫວັງທີ່ປະເທດຕວັກກີໜຶ່ງໃນສະມາຊິກ NATO ສັ່ງຊື້ S-400 ຈາກລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 1 ສິງຫາ 2017 ວ່າ: ໂຄສົກກະຊວງປ້ອງກັນປະເທດສະຫະລັດອາເມຣິກາກ່າວເມື່ອວັນຈັນທີ່ຜ່ານມາວ່າ: ລັດຖະບານ ສ.ອາເມຣິກາມີຄວາມເປັນຫ່ວງ ຕໍ່ການທີ່ປະເທດຕວັກກີ ເຊິ່ງເປັນໜຶ່ງໃນສະມາຊິກອົງການສົນທິສັນຍາອາກລັງຕິກເໜືອ (NATO) ສັ່ງຊື່ລະບົບຂີປະນາວຸດຕໍ່ຕ້ານໄພທາງອາກາດ S-400 ຈາກລັດເຊຍ ເນື່ອງຈາກລະບົບການເຮັດວຽກຂອງ S-400 ອາດບໍ່ເໝາະສົມກັບລະບົບຕໍ່ຕ້ານໄພທາງອາກາດທີ່ສະມາຊິກ NATO ທັງ 29 ປະເທດໃຊ້ງານຢູ່ ຫຼື ເວົ້າໃຫ້ເຂົ້າໃຈງ່າຍຂຶ້ນກໍ່ຄື ບໍ່ວ່າໃນກໍລະນີໃດ NATO ຫວັງວ່າປະເທດສະມາຊິກຈະມີການຈັດຊື້ອຸປະກອນທີ່ສາມາດປະຕິບັດງານຮ່ວມກັນໄດ້ ແລະ ລົງທຶນໃນອຸປະກອນທີ່ຈະຊ່ວຍສົ່ງເສີມການລົງທຶນພາຍໃນພັນທະມິດ NATO ຕໍ່ໄປ.

ຄຳຖະແຫຼງດັ່ງກ່າວຂອງໂຄສົກກະຊວງປ້ອງກັນປະເທດສະຫະລັດອາເມຣິກາເກີດຂຶ້ນ ພາຍຫຼັງສື່ທ້ອງຖິ່ນຫຼາຍແຫ່ງໃນຕວັກກີພາກັນລົງຂ່າວວ່າ ລັດຖະບານຕວັກກີໃກ້ຈະບັນລຸຂໍ້ຕົກລົງກັບລັດເຊຍໃນການຈັດຊື້ລະບົບ S-400 ເຊິ່ງຈະຖືເປັນບາດກ້າວສຳຄັນໃນການຟື້ນຟູຄວາມສຳພັນລະຫວ່າງສອງປະເທດທີ່ເຄີຍຕົກຕ່ຳເຖິງຂີດຕ່ຳສຸດ ຫຼັງຈາກເກີດເຫດຍົນຂັບໄລ່ຂອງຕວັກກີໄດ້ຍິງຍົນຮົບຂອງລັດເຊຍຕົກໃນດິນແດນຂອງປະເທດຊີຣີ ເມື່ອທ້າຍປີ 2015.

No comments

Powered by Blogger.