ຈີນກ່າວ ສ.ອາເມຣິກາ-ເກົາຫຼີເໜືອ ຕ້ອງຮ່ວມກັນຮັບຜິດຊອບບັນຫາຢູ່ແຫຼມເກົາຫຼີທີ່ພາກັນສ້າງເອງ - ອິດສະຫຼະ

ຈີນກ່າວ ສ.ອາເມຣິກາ-ເກົາຫຼີເໜືອ ຕ້ອງຮ່ວມກັນຮັບຜິດຊອບບັນຫາຢູ່ແຫຼມເກົາຫຼີທີ່ພາກັນສ້າງເອງ



ສຳນັກຂ່າວຕ່າງປະເທດລາຍງານ 1 ສິງຫາ 2017 ວ່າ: ທ່ານ ຫຼິວ ຈີອີ ເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດ (UN) ກ່າວເມື່ອວັນຈັນທີ່ຜ່ານມາວ່າ ຕາບໃດທີ່ສະຫະລັດອາເມຣິກາ ແລະ ເກົາຫຼີເໜືອຍັງຄົງປະຕິເສດຮ່ວມມືກັນຫຼຸດຜ່ອນບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ທີ່ລວມເຖິງການເຈລະຈາກັນຕາມການຮຽກຮ້ອງຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC), ເຖິງວ່າຈີນຈະມີຄວາມສາມາດໃນເລື່ອງນີ້ຫຼາຍປານໃດກໍ່ຕາມ ຫຼື ຈະພະຍາຍາມພຽງໃດກໍ່ຕາມ ກໍ່ບໍ່ອາດເກີດຜົນໃນທາງປະຕິບັດໄດ້ຫາກທັງສະຫະລັດອາເມຣິກາ ແລະ ເກົາຫຼີເໜືອບໍ່ປະຕິບັດຕາມຄຳຮຽກຮ້ອງນັ້ນ.


ເຊິ່ງທ່ານ ຫຼິວ ຍົກຕົວຢ່າງທ່າທີຂອງສະຫະລັດອາເມຣິກາ ແລະ ເກົາຫຼີເໜືອທີ່ຍິ່ງເປັນການເພີ່ມຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີເຊັ່ນ: ການເດີນໜ້າທົດລອງຂີປະນາວຸດຂອງເກົາຫຼີເໜືອ, ການຖະແຫຼງຂອງສະຫະລັດອາເມຣິກາທີ່ລະບຸວ່າ "ຈະພິຈາລະນາທຸກທາງເລືອກ" ເພື່ອແກ້ໄຂສະຖານະການຢູ່ແຫຼມເກົາຫຼີ ແລ້ວນຳເອົາລະບົບປ້ອງກັນຂີປະນາວຸດເພດານບິນສູງ THAAD ມາຕິດຕັ້ງຢູ່ແຫຼມເກົາຫຼີ ລວມເຖິງການອອກມາດຕະການຂວໍ້າບາດພຽງຝ່າຍດຽວ ທີ່ອ້າງວ່າເປັນເງື່ອນໄຂ ກ່ອນການເຈລະຈາກັບລັດຖະບານເກົາຫຼີເໜືອ ທັງໝົດນີ້ລ້ວນແຕ່ເປັນການເພີ່ມຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີທີ່ທັງສອງຝ່າຍຕ່າງສ້າງຂຶ້ນມາ.

ຄຳຖະແຫຼງຂອງເອກອັກຄະລັດຖະທູດຈີນປະຈຳ UN ຖືເປັນການຕອບໂຕ້ການລົງຂໍ້ຄວາມໃນ Twitter ຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ເມື່ອທ້າຍອາທິດທີ່ຜ່ານມາວ່າ ຮູ້ສຶກຜິດຫວັງເປັນຢ່າງຍິ່ງ ຕໍ່ການສະແດງບົດບາດຂອງຈີນເລື່ອງເກົາຫຼີເໜືອ ແລະ ເຊື່ອມໂຍງໄປເຖິງບັນຫາທີ່ສະຫະລັດອາເມຣິກາຍັງເປັນຝ່າຍຂາດດຸນການຄ້າຕໍ່ຈີນ ເຊິ່ງທ່ານ ສຽນ ເຄີໝິງ ຮອງລັດຖະມົນຕີກະຊວງການຄ້າຂອງຈີນ ອອກມາກ່າວຕອບໂຕ້ວ່າ ສະຖານະການຢູ່ແຫຼມເກົາຫຼີ ແລະ ບັນຫາເລື່ອງການຄ້າລະຫວ່າງຈີນກັບສະຫະລັດອາເມຣິກາ ເປັນຄົນລະເລື່ອງ ທີ່ທ່ານ ທຣຳ ບໍ່ຄວນນຳມາເຊື່ອມໂຍງໃຫ້ກ່ຽວຂ້ອງກັນ.

No comments

Powered by Blogger.