ຜູ້ນຳຈີນກ່າວ ອຳນາດຂອງພັກຕ້ອງຢູ່ເໜືອກອງທັບ, ພັກບັນຊາປືນ ຈະບໍ່ຍອມໃຫ້ປືນມາບັນຊາພັກຢ່າງເດັດຂາດ - ອິດສະຫຼະ

ຜູ້ນຳຈີນກ່າວ ອຳນາດຂອງພັກຕ້ອງຢູ່ເໜືອກອງທັບ, ພັກບັນຊາປືນ ຈະບໍ່ຍອມໃຫ້ປືນມາບັນຊາພັກຢ່າງເດັດຂາດ



ສຳນັກຂ່າວຕ່າງປະເທດລາຍງານ 1 ສິງຫາ 2017 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນກ່າວຖະແຫຼງໃນພິທີສະເຫຼີມສະຫຼອງຄົບຮອບ 90 ປີ ການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ມີເນື້ອໃນສຳຄັນວ່າ: ປະຊາຊົນຈີນຮັກຄວາມສັນຕິພາບ ແລະ ບໍ່ເຄີຍສະແດງຄວາມແຂງກະດ້າງ ຫຼື ສະແຫວງຫາເນື້ອທີ່ເພື່ອສະຫຍາຍອະນາເຂດ ແຕ່ກອງທັບຈີນມີຄວາມເຊື່ອໝັ້ນວ່າຈະຕ້ອງເປັນຝ່າຍມີໄຊຊະນະເໜືອການຮຸກຮານທຸກຮູບແບບ.


ຜູ້ນຳຈີນກ່າວອີກວ່າ ຈີນຈະບໍ່ມີທາງອະນຸຍາດໃຫ້ບຸກຄົນກຸ່ມໃດ, ອົງກອນແຫ່ງໃດ ຫຼື ພັກການເມືອງໃດກໍ່ຕາມເຂົ້າມາກະທຳການແບ່ງແຍກດິນແດນຂອງຈີນອອກຈາກກັນ ບໍ່ວ່າດ້ວຍຮູບແບບໃດ ແລະ ເມື່ອໃດກໍ່ຕາມ ຈີນຈະປົກປ້ອງສິດອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຊາດໃຫ້ເຖິງທີ່ສຸດ. ຂະນະດຽວກັນໄດ້ກ່າວຊົມເຊີຍຜົນສຳເລັດຂອງການປະຕິຮູບໂຄງສ້າງການບໍລິຫານ ແລະ ການກະຈາຍອຳນາດພາຍໃນກອງທັບປົດປ່ອຍປະຊາຊົນຈີນ ຕະຫຼອດຮອດການເສີມສ້າງຄວາມສາມາດໃຫ້ດີຍິ່ງຂຶ້ນໃນສາຍຕາຂອງປະຊາຊົນ.

ເຊິ່ງແຜນການດັ່ງກ່າວເປັນໄປຕາມແຜນຍຸດທະສາດຂອງພັກຄອມມູນິດຈີນທີ່ຈະມີການປັບປຸງໃນທຸກ 5 ປີ ໂດຍການປະຊຸມວາລະຕໍ່ໄປຈະຈັດຂຶ້ນໃນຊ່ວງລະດູໃບໄມ້ລົ່ນທີ່ຈະມາເຖິງນີ້ ເຊິ່ງຜູ້ນຳຈີນກ່າວຢ້ຳຕື່ມໃນໂອກາດນີ້ວ່າ ພັກຄອມມູນິດຈີນ ເປັນຜູ້ນຳພຽງໜຶ່ງດຽວຂອງຈີນ ແລະ ມີອຳນາດເໜືອກອງທັບ ແລະ ການປະຕິບັດຕາມແນວທາງນະໂຍບາຍຂອງພັກຈະເປັນການຍົກລະດັບຄວາມສາມາດຂອງກອງທັບໃຫ້ເຂັ້ມແຂງຍິ່ງຂຶ້ນ ໂດຍຜູ້ນຳຈີນຍົກຫຼັກການ "ອຳນາດລັດເກີດຈາກປາກກະບອກປືນ" ຂອງປະທານ ເໝົາ ເຈີຕົງ ຜູ້ກໍ່ຕັ້ງພັກຄອມມູນິດຈີນທີ່ວ່າ "ພັກບັນຊາປືນ ແຕ່ຈະຍອມໃຫ້ປືນມາບັນຊາພັກບໍ່ໄດ້ຢ່າງເດັດຂາດ"


ເຊິ່ງກອງທັບປົດປ່ອຍປະຊາຊົນຈີນ ຂອງພັກຄອມມູນິດຈີນ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 1 ສິງຫາ 1927 ປັດຈຸບັນປະກອບດ້ວຍ 5 ເລົ່າທັບຄື: ກອງທັບບົກ, ກອງທັບເຮືອ, ກອງທັບອາກາດ, ກອງນ້ອຍປືນໃຫຍ່ທີ່ສອງ ແລະ ກອງກຳລັງສະໜັບສະໜູນທາງຍຸດທະສາດ ໃນປັດຈຸບັນມີກຳລັງພົນປະຕິບັດໜ້າທີ່ຢູ່ປະມານ 2.3 ລ້ານຄົນ ແລະ ກຳລັງພົນສຳຮອງອີກ 2.3 ລ້ານຄົນ.

No comments

Powered by Blogger.