ສ.ອາເມຣິກາກ່າວວ່າ ເກົາຫຼີເໜືອ ບໍ່ແມ່ນສັດຕູຂອງຕົນ - ອິດສະຫຼະ

ສ.ອາເມຣິກາກ່າວວ່າ ເກົາຫຼີເໜືອ ບໍ່ແມ່ນສັດຕູຂອງຕົນ



ສຳນັກຂ່າວຕ່າງປະເທດລາຍງານ 2 ສິງຫາ 2017 ວ່າ: ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ ລັດຖະບານສະຫະລັດຈະຍັງຄົງພະຍາຍາມກົດດັນຢ່າງສັນຕິ ໃຫ້ລັດຖະບານເກົາຫຼີເໜືອຢຸດຕິໂຄງການນິວເຄຼຍ ແລະ ຂີປະນາວຸດ, ໂດຍບໍ່ແມ່ນຄວາມຕ້ອງການເພື່ອປ່ຽນແປງລະບອບການປົກຄອງ, ການເຮັດໃຫ້ເກົາຫຼີເໜືອຕ້ອງລົ້ມສະຫຼາຍຈາກຄວາມເປັນລັດ ແລະ ບໍ່ແມ່ນການເລັ່ງລັດໃຫ້ເກີດການລວມຊາດ ລວມທັງ ສ.ອາເມຣິກາບໍ່ໄດ້ຕ້ອງການໃຫ້ເກົາຫຼີເໜືອຍົກໂທດໃຫ້ຕໍ່ການທີ່ເຄີຍສົງທະຫານຂ້າມເສັ້ນຂະໜານທີ 38 ອົງສາ.

ທ່ານ ທິວເລີສັນ ຢືນຢັນວ່າ ສ.ອາເມຣິກາບໍ່ແມ່ນສັດຕູຂອງເກົາຫຼີເໜືອ ແຕ່ການສະແດງທ່າທີ່ຂົ່ມຂູ່ຂອງອີກຝ່າຍຖືເປັນສິ່ງທີ່ ສ.ອາເມຣິກາຕ້ອງຕອບໂຕ້ ເຖິງຢ່າງໃດກໍ່ຕາມທ່ານ ທິວເລີສັນກ່າວວ່າ ເມື່ອເຖິງຈຸດໃດໜຶ່ງ ທີ່ທັງສອງຝ່າຍຈະເລີ່ມມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຈົນສາມາດຫັນໜ້າມາເຈລະຈາກັນຢ່າງສັນຕິໄດ້ໃນທີ່ສຸດ ແຕ່ຕ້ອງຢູ່ບົນເງື່ອນໄຂທີ່ວ່າ ເກົາຫຼີເໜືອຈະບໍ່ຢູ່ໃນລະດັບທີ່ສາມາດພັດທະນາໂຄງການນິວເຄຼຍ ແລະ ຂີປະນາວຸດເພື່ອໄປໂຈມຕີໃຜໄດ້ອີກ ພ້ອມທັງຮຽກຮ້ອງໃຫ້ຈີນເພີ່ມການຕັ້ງເງື່ອນໄຂກັບລັດຖະບານເກົາຫຼີເໜືອ ເພື່ອນຳໄປສູ່ການເຈລະຈາຢ່າງສັນຕິ ເນື່ອງຈາກທາງເລືອກອື່ນທີ່ເຫຼືອລ້ວນແລ້ວແຕ່ຈົບບໍ່ງາມ.

ຄຳຖະແຫຼງຂອງລັດຖະມົນກະຊວງການຕ່າງປະເທດ ສ.ອາເມຣິກາ ມີຂຶ້ນໃນມື້ດຽວກັນກັບທີ່ທ່ານ ລິນຊີ ເກຣແຮມ ໜຶ່ງໃນສະມາຊິກລະດັບແກນນຳຂອງພັກຣີພັບລິກັນ ກ່າວໃນລາຍການໂທລະພາບຂອງສະຖານທີ NBC ວ່າ ທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ບອກກັບຕົວທ່ານວ່າ "ພ້ອມປະເຊີນໜ້າທາງທະຫານ" ກັບເກົາຫຼີເໜືອ ຫາກລັດຖະບານເກົາຫຼີເໜືອຍັງເດີນໜ້າພະຍາຍາມໂຈມຕີ ສ.ອາເມຣິກາດ້ວຍຂີປະນາວຸດຂ້າມທະວີບ (ICBM).


No comments

Powered by Blogger.