ການປະຕິຮູບວິທີການຊຳລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານສາກົນຕ່າງໆ ເພື່ອຄວາມໂປ່ງໃສ - ອິດສະຫຼະ

ການປະຕິຮູບວິທີການຊຳລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານສາກົນຕ່າງໆ ເພື່ອຄວາມໂປ່ງໃສ



ໃນຫຼາຍປີຜ່ານມາ ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ໄດ້ເກັບຄ່າພາສີ-ອາກອນ ແລະ ພັນທະອື່ນໆເປັນເງິນສົດ. ເພື່ອຫຼຸດຜ່ອນຄວາມສ່ຽງໃນການເກັບຮັກສາ ແລະ ເຄື່ອນຍ້າຍເງິນສົດ ໂດຍສະເພາະການເຄື່ອນຍ້າຍຈາກຄັງເງິນປະຈໍາແຕ່ລະດ່ານໄປຫາຄັງເງິນແຫ່ງຊາດຢູ່ສູນກາງ ລັດຖະບານແຫ່ງ ສປປ.ລາວ ຈິ່ງໃຫ້ຄວາມສໍາຄັນແກ່ການປະຕິຮູບວິທີການຊໍາລະ ໂດຍຫັນຈາກການຊໍາລະຄ່າພາສີ - ອາກອນ ແລະ ພັນທະອື່ນໆ ສໍາລັບສິນຄ້າ-ເຄື່ອງຂອງ ທີ່ສົ່ງອອກ-ນໍາເຂົ້າ ແລະ ຜ່ານແດນດ້ວຍເງິນສົດ ມາເປັນການຊຳລະດ້ວຍລະບົບທະນາຄານ ຜ່ານບັດ Smart Tax ຢູ່ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ.


ເປົ້າໝາຍຂອງການປະຕິຮູບການເກັບຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ບັນດາດ່ານພາສີສາກົນ ບໍ່ເນັ້ນແຕ່ເພື່ອຫຼຸດຜ່ອນຄວາມສ່ຽງທີ່ກ່າວມາຂ້າງເທິງນັ້ນ ຍັງແນ່ໃສ່ຮັບປະກັນການເກັບລາຍຮັບເຂົ້າງົບປະມານລັດແບບລວມສູນ ພ້ອມທັງສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ແຈ້ງພາສີ (ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ) ໂດຍການຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານບັດ Smart Tax.

ເພື່ອຮອງຮັບວຽກງານດັ່ງກ່າວ ກະຊວງການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດນໍາໃຊ້ບັດຊຳລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ (Smart Tax)  ຢູ່ບັນດາດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ, ໃນວັນທີ 04 ພະຈິກ 2014. ຕໍ່ມາ, ເພື່ອເປັນການແນະນໍາຂັ້ນຕອນ, ວິທີການອອກບັດ ແລະ ການນໍາໃຊ້ບັດຊໍາລະພາສີ-ອາກອນ ແລະ ພັນທະອື່ນໆ, ໃນວັນທີ 06 ຕຸລາ 2014 ກົມພາສີ, ກະຊວງການເງິນ ຈິ່ງອອກບົດແນະນໍາກ່ຽວກັບການນໍາໃຊ້ບັດຊໍາລະພາສີ-ອາກອນ ແລະ ພັນທະອື່ນໆ, ແຕ່ເນື່ອງຈາກ ມີຂໍ້ຈໍາກັດດ້ານເຄື່ອງມືອຸປະກອນ ແລະ ຍັງບໍ່ມີລະບຽບການຄຸ້ມຄອງສະເພາະ ຈິ່ງບໍ່ສາມາດຈັດຕັ້ງປະຕິບັດນິຕິກໍາທີ່ກ່າວມານັ້ນໄດ້.

ຈົນມາເຖິງ ວັນທີ 24 ກຸມພາ 2017,  ກະຊວງການເງິນ ໄດ້ອອກແຈ້ງການຈັດຕັ້ງປະຕິບັດ ການຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານບັດ Smart Tax   ຢູ່ 8 ດ່ານພາສີສາກົນເປົ້າໝາຍ ຄື: ດ່ານພາສີສາກົນນໍ້າເຫືອງ, ດ່ານພາສີສາກົນພູດູ່, ແລະ ດ່ານພາສີສາກົນນ້ຳເງິນ (ແຂວງໄຊຍະບູລີ); ດ່ານພາສີສາກົນນ້ຳກັ່ນ (ແຂວງຊຽງຂວາງ); ດ່ານພາສີສາກົນພູເກືອ (ແຂວງອັດຕະປື); ດ່ານພາສີສາກົນປາກຊັນ ແລະ ດ່ານພາສີສາກົນນໍ້າພ້າວ (ແຂວງບໍລິຄໍາໄຊ) ເຊິ່ງບັນດາດ່ານພາສີສາກົນເປົ້າໝາຍດັ່ງກ່າວ ໄດ້ເລີ່ມຕິດຕັ້ງ ແລະ ທົດລອງນໍາໃຊ້ລະບົບທະນາຄານຜ່ານບັດ (Smart Tax) ຕົວຈິງໃນເດືອນ ມີນາ 2017 ທີ່ຜ່ານມາ ແລະ ຈະມີແຜນຂະຫຍາຍການຕິດຕັ້ງລະບົບດັ່ງກ່າວ ໃນແຕ່ລະດ່ານພາສີສາກົນໃນຂອບເຂດທົ່ວປະເທດ ຕາມສະພາບ ແລະ ເງື່ອນໄຂຕົວຈິງ.

ກ່ອນຈະສາມາດນໍາໃຊ້ບັດຊໍາລະພາສີ-ອາກອນ ແລະ ພັນທະອື່ນໆ ຫຼື Smart Tax   ເຊິ່ງຜູ້ແຈ້ງພາສີ (ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ) ຈະຕ້ອງຊື້ບັດດັ່ງກ່າວກັບທະນາຄານທຸລະກິດຂອງລັດ ເພື່ອລົງທະບຽນນໍາໃຊ້. ໃນກໍລະນີຜູ້ແຈ້ງພາສີ ມີເງິນຝາກຢູ່ທະນາຄານທຸລະກິດຂອງລັດ ແມ່ນສາມາດໂອນເງິນເຂົ້າບັດ Smart Tax    ຈາກບັນຊີຂອງຕົນໄດ້ ແຕ່ຖ້າຍັງບໍ່ມີ ຜູ້ແຈ້ງພາສີສາມາດໄປພົວພັນນໍາບັນດາທະນາຄານທຸລະກິດຂອງລັດ ຕາມຈຸດບໍລິການຕ່າງໆ ເພື່ອນໍາເອົາເງິນສົດ ຫຼື ແຊັກໂອນເງິນເຂົ້າໃສ່ໃນບັດຂອງຕົນ. ພາຍຫຼັງທີ່ຜູ້ແຈ້ງພາສີ ໄດ້ດໍາເນີນການຕາມຂັ້ນຕອນການແຈ້ງພາສີເປັນລາຍລະອຽດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ແລ້ວ ແມ່ນສາມາດຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານບັດ Smart Tax  ມູນຄ່າການຊໍາລະຈະສະແດງອອກຢູ່ໜ້າຈໍຂອງເຄື່ອງອ່ານບັດ ເຊິ່ງຜູ້ແຈ້ງພາສີ ສາມາດກວດເບີ່ງມູນຄ່າທີ່ຕ້ອງຊໍາລະໄດ້. ສໍາລັບ ຜູ້ປະກອບການ ຫຼື ພາກສ່ວນທຸລະກິດ ທີ່ກໍາລັງດໍາເນີນທຸລະກິດກ່ຽວກັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານບັນດາດ່ານພາສີສາກົນຂ້າງເທິງ ແມ່ນຈໍາເປັນຕ້ອງນໍາໃຊ້ບັດ Smart Tax  ສ່ວນຂໍ້ມູນລະອຽດກ່ຽວກັບການນໍາໃຊ້ບັດ Smart Tax  ແມ່ນສາມາດສອບຖາມເພີ່ມເຕີມກັບພະແນກການເງິນ ຫຼື ກົມພາສີ, ກະຊວງການເງິນ.

No comments

Powered by Blogger.