ພາບຖ່າຍມະຫາພາຍຸໄຕ້ຝຸ່ນໂນຣຸ (NORU) ຈາກອະວະກາດ ເຊິ່ງຈະເຂົ້າຍີ່ປຸ່ນໃນທ້າຍອາທິດນີ້ - ອິດສະຫຼະ

ພາບຖ່າຍມະຫາພາຍຸໄຕ້ຝຸ່ນໂນຣຸ (NORU) ຈາກອະວະກາດ ເຊິ່ງຈະເຂົ້າຍີ່ປຸ່ນໃນທ້າຍອາທິດນີ້



ສຳນັກຂ່າວຕ່າງປະເທດລາຍງານ 2 ສິງຫາ 2017 ວ່າ: ເມື່ອວັນທີ 1 ສິງຫາ 2017 ທີ່ຜ່ານມາ ນັກບິນອະວະກາດທີ່ປະຈຳການຢູ່ເທິງສະຖານນີອະວະກາດນານາຊາດ (ISS) ໄດ້ສົ່ງພາບຖ່າຍໄຕ້ຝຸ່ນໂນຣຸ (NORU) ທີ່ເບິ່ງເຫັນຈາກສະຖານນີອະວະກາດມາໃຫ້ຊາວໂລກໄດ້ເຫັນ ເຊິ່ງພາຍຸໄຕ້ຝຸ່ນລູກດັ່ງກ່າວຈະເຄື່ອນຕົວຂຶ້ນຝັ່ງປະເທດຍີ່ປຸ່ນໃນທ້າຍອາທິດນີ້.
ໂດຍໄຕ້ຝຸ່ນໂນຣຸກຳລັງເຄື່ອນຕົວຢູ່ໃນມະຫາສະໝຸດປາຟີຊິກຂຶ້ນໄປທາງຕາເວັນຕົກສຽງເໜືອ ໃນວັນອາທິດທີ່ຜ່ານມາມີຄວາມໄວລົມ 256 ກິໂລແມັດ/ຊົ່ວໂມງ ຖືເປັນພາຍຸທີ່ມີຄວາມຮຸນແຮງທີ່ສຸດໃນໂລກໃນຕອນນີ້ ແລະ ໄດ້ມີການເຕືອນໃຫ້ກຽມຄວາມພ້ອມຮັບມືກັບຄວາມເສຍຫາຍແລ້ວ ເນື່ອງຈາກຄາດວ່າພາຍຸລູກນີ້ຈະເຮັດໃຫ້ເກີດລົມຢ່າງຮຸນແຮງ, ນ້ຳຖ້ວມ, ຄື້ນຂະໜາດໃຫຍ່ ແລະ ຝົກຕົກໜັກ ໂດຍສະເພາະທາງພາກໃຕ້ຂອງຍີ່ປຸ່ນ.

No comments

Powered by Blogger.