ດ່ວນ...! ເກົາຫຼີເໜືອ ຍິງຂີປະນາວຸດ ຂ້າມຍີ່ປຸ່ນ ສຽງເຕືອນໄພດັງທົ່ວເມືອງ - ອິດສະຫຼະ

ດ່ວນ...! ເກົາຫຼີເໜືອ ຍິງຂີປະນາວຸດ ຂ້າມຍີ່ປຸ່ນ ສຽງເຕືອນໄພດັງທົ່ວເມືອງ



ສຳນັກຂ່າວຕ່າງປະເທດລາຍງານ 29 ສິງຫາ 2017 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອໄດ້ມີການຍິງຂີປະນາວຸດລູກໜຶ່ງທີ່ບໍ່ຮູ້ຊະນິດ ອອກຈາກບໍລິເວນເຂດຊູນັນ ໃກ້ກັບນະຄອນຫຼວງປຽງຢາງ ເມື່ອເວລາກ່ອນ 6:00 ໂມງ ຕາມເວລາທ້ອງຖິ່ນ ໂດຍຂີປະນາວຸດສາມາດຂຶ້ນສູ່ລະດັບຄວາມສູງ 550 ກິໂລແມັດ ແລະ ເດີນທາງໄປໄດ້ເປັນໄລຍະທາງໄກເຖິງ 2,700 ກິໂລແມັດ ຜ່ານນ່ານຟ້າເໜືອເກາະຮອກໄກໂດ ທີ່ຢູ່ໃນພາກເໜືອຂອງປະເທດຍີ່ປຸ່ນ ກ່ອນແຕກອອກເປັນ 3 ສ່ວນ ແລະ ຕົກລົງໃນທະເລ ຫ່າງຈາກເມືອງອິຣິໂມະ ເກາະຮອກໄກໂດປະມານ 1,180 ກິໂລແມັດ.

ຫຼັງຈາກເກີດເຫດລັດຖະບານຍີ່ປຸ່ນອອກປະກາດເຕືອນໄພດ້ານຄວາມໝັ້ນຄົງທົ່ວພາກເໜືອຂອງປະເທດ ໃນຂະນະທີ່ທ່ານ ຊິນ ໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວປະນາມເຫດການທີ່ເກີດຂຶ້ນວ່າ ເປັນໄພຮຸກຮານທີ່ຮ້າຍແຮງ ຕໍ່ອະທິປະໄຕຂອງຍີ່ປຸ່ນ ລວມເຖິງສະຖຽນລະພາບ ແລະ ຄວາມໝັ້ນຄົງໃນລະດັບພູມມິພາກ ໂດຍມາດຕະການໃນເບື້ອງຕົ້ນຕໍ່ຈາກນີ້ຈະເລີ່ມຈາກການສະແດງອອກຕາມພິທີການທູດ ຜ່ານຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຮ່ວມທັງການຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມກັນເພີ່ມແຮງກົດດັນຕໍ່ລັດຖະບານເກົາຫຼີເໜືອ.


ເຖິງຢ່າງໃດກໍ່ຕາມ ຜູ້ນຳຍີ່ປຸ່ນ ແລະ ທ່ານ ໂຢຊິຮິເດະ ຊຶກະ ເລຂາທິການຄະນະລັດຖະມົນຕີ ຍັງບໍ່ສະແດງຄວາມເຫັນຕໍ່ບັນຫາທີ່ວ່າ ເປັນຫຍັງຂີປະນາວຸດຂອງເກົາຫຼີເໜືອຈຶ່ງສາມາດຜ່ານນ່ານຟ້າຂອງຍີ່ປຸ່ນໄດ້ ໂດຍບໍ່ມີການຍິງສະກັດຈາກລະບົບປ້ອງກັນຂີປະນາວຸດຈາກພື້ນສູ່ອາກາດ ດ້ວຍລະບົບ Patriot PAC-3 ຂອງຍີ່ປຸ່ນ ແລະ ຖືເປັນຄັ້ງທຳອິດໃນຮອບ 8 ປີ ທີ່ເກົາຫຼີເໜືອຍິງຂີປະນາວຸດຜ່ານນ່ານຟ້າຂອງຍີ່ປຸ່ນ.

No comments

Powered by Blogger.