ລາວ-ອາເມຣິກາ ຮ່ວມມືຂຸດຄົ້ນສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ - ອິດສະຫຼະ

ລາວ-ອາເມຣິກາ ຮ່ວມມືຂຸດຄົ້ນສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ



ກະຊວງການຕ່າງປະເທດລາຍງານວ່າ: ເມື່ອວັນທີ 22 ສິງຫາ 2017 ທີ່ຜ່ານມາ ກອງປະຊຸມປຶກສາຫາລືໃນລະດັບວິຊາການລະຫວ່າງລາວ-ສະຫະລັດອາເມເຣກາ ກ່ຽວກັບວຽກງານການສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫານສາບສູນໃນປາງສົງຄາມຢູ່ລາວ (MIA) ປະຈຳປີ 2017 ໄດ້ດຳເນີນຂຶ້ນທີ່ນະຄອນຫຼວງວຽງຈັນ, ເຊິ່ງຝ່າຍລາວນຳໂດຍທ່ານ ຂວັນຕາ ຜາລີວົງ, ຫົວໜ້າກົມເອີຣົບ-ອາເມຣິກາ, ອາເມຣິການຳໂດຍທ່ານ ພົນຈັດ ຕະວາ Mark Spindler, ຮອງຫົວໜ້າອົງການປົກປ້ອງສິດຜົນປະໂຫຍດຂອງສະເລີຍເສິກທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມ (DPAA), ໂດຍມີການເຂົ້າຮ່ວມຂອງທ່ານ ນາງ Resa Bitter ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ.ລາວ.


ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ທົບທວນຄືນການປະຕິບັດແຜນການຮ່ວມມືພາກສະໜາມຢູ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ໃນວຽກງານການສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ໃນໄລຍະ 1 ປີຜ່ານມາ, ເຊິ່ງໃນສົກປີ 2016-2017 ໄດ້ຮັບໝາກຜົນສາມາດຄົ້ນພົບສິ່ງເສດເຫຼືອ ແລະ ພິສູດຢືນຢັນໄດ້ເຖິງ 7 ຄົນ, ພ້ອມທັງໄດ້ປຶກສາຫາລືແຜນການປະຕິບັດງານຮ່ວມໃນສົກປີຕໍ່ໜ້າ, ເຊິ່ງຄາດວ່າຜົນໄດ້ຮັບຈະສືບຕໍ່ເພີ່ມທະວີໂດຍຜ່ານການເພີ່ມຈຳນວນການປະຕິບັດງານໃນພາກສະໜາມຈາກ 4 ຄັ້ງ ເປັນ 5 ຄັ້ງຕໍ່ປີ, ລວມທັງການຊ່ວຍເຫຼືອດ້ານມະນຸດສະທຳປຸກສ້າງໂຮງຮຽນ, ໂຮງໝໍ ແລະ ອື່ນໆ ໃຫ້ແກ່ທ້ອງຖິ່ນໃນເຂດທີ່ມີການປະຕິບັດວຽກງານດັ່ງກ່າວ.


ໃນໂອກາດນີ້, ຝ່າຍລາວໄດ້ຢືນຢັນຄືນທີ່ຈະສືບຕໍ່ໃນການຮ່ວມມືໃນວຽກງານດັ່ງກ່າວບົນພື້ນຖານເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຝ່າຍລາວ.


ສ່ວນຝ່າຍອາເມຣິກາກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານລາວກໍ່ຄືປະຊາຊົນລາວ ແລະ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືຂອງສອງປະເທດ, ໂດຍສະເພາະໃນວຽກງານ MIA ທີ່ເປັນສ່ວນປະກອບອັນສຳຄັນໃຫ້ແກ່ການຂະຫຍາຍການຮ່ວມມືຂອງສອງປະເທດໃນໄລຍະ 30 ກວ່າປີ ທີ່ຜ່ານມາ ພ້ອມທັງໄດ້ຢືນຢັນຈະສືບຕໍ່ໃນການຊ່ວຍເຫຼືອດ້ານມະນຸດສະທຳແກ່ປະຊາຊົນລາວ ເພື່ອປະກອບສ່ວນເສີມຂະຫຍາຍໃຫ້ການພົວພັນຮ່ວມມທລະຫວ່າງສອງປະເທດລາວ-ອາເມຣິກາ ໃຫ້ມີບັນຍາກາດນັບມື້ນັບດີຂຶ້ນໃນອະນາຄົດ.


ການປະຕິບັດນະໂຍບາຍດ້ານມະນຸດສະທຳອັນສະເໝີຕົ້ນສະໝີປາຍຂອງລັດຖະບານແຫ່ງ ສປປ.ລາວ ຕໍ່ກັບວຽກງານການຮ່ວມມືສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງອະດີດທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວນັ້ນ ແມ່ນໄດ້ດຳເນີນມາແຕ່ປີ 1982, ເຊິ່ງໃນຕົວຈິງແມ່ນພົບຄວາມຫຍຸ້ງຍາກຫຼາຍຢ່າງເປັນຕົ້ນສະພາບດິນຟ້າອາກາດ ແລະ ສະພາບແວດລ້ອມດ້ານພູມສາດທີ່ທຸລະກັນດານ, ແຕ່ຜົນທີ່ອອກມາແມ່ນສາມາດຂຸດຄົ້ນພົບສິ່ງເສດເຫຼືອຈຳນວນ 279 ກໍລະນີ ໃນຈຳນວນທັງໝົດ 573 ກໍລະນີ ແລະ ຍັງຈະສືບຕໍ່ຊອກຫາອີກ 294 ກໍລະນີ.


ການຮ່ວມມືດ້ານມະນຸດສະທຳດັ່ງກ່າວນີ້ເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ກໍ່ຄືການຮ່ວມມືເປັນຢ່າງດີຂອງປະຊາຊົນລາວ ແລະ ລັດຖະບານກໍ່ຄືປະຊາຊົນອາເມຣິກາ ກໍ່ມີຄວາມເພິ່ງພໍໃຈຕໍ່ໝາກຜົນ ແລະ ການຮ່ວມມືດັ່ງກ່າວ.



No comments

Powered by Blogger.