ໂຣຮິງຢາ ຜູ້ໄຮ້ດິນແດນ ແລະ ບໍ່ມີໃຜຕ້ອງການ ທັງມຽນມາ ແລະ ບັງກະລາເທດ - ອິດສະຫຼະ

ໂຣຮິງຢາ ຜູ້ໄຮ້ດິນແດນ ແລະ ບໍ່ມີໃຜຕ້ອງການ ທັງມຽນມາ ແລະ ບັງກະລາເທດ



ສຳນັກຂ່າວຕ່າງປະເທດລາຍງານ 27 ສິງຫາ 2017 ວ່າ: ລັດຖະບານມຽນມາລາຍງານຈຳນວນຜູ້ເສຍຊີວິດຈາກສະຖານນະການຄວາມຮຸນແຮງຮອບຫຼ້າສຸດໃນລັດຍະໄຂ່ ທີ່ຢູ່ເບື້ອງທິດເວັນຕົກສຽງເໜືອຂອງປະເທດມຽນມາ ເພີ່ມເປັນຢ່າງໜ້ອຍ 96 ຄົນ ທີ່ເລີ່ມມີຄວາມຮຸນແຮງອີກຄັ້ງນັບຕັ້ງແຕ່ວັນສຸກທີ່ຜ່ານມາ ໂດຍໃນຈຳນວນນີ້ຢ່າງໜ້ອຍ 80 ຄົນເປັນສະມາຊິກກຸ່ມຕິດອາວຸດຊາວເບງກາລີ ພ້ອມກັນນີ້ກໍ່ໄດ້ມີການອົບພະຍົບເຈົ້າໜ້າທີ່ຂອງລັດບາງສ່ວນອອກຈາກເຂດດັ່ງກ່າວເພື່ອຄວາມປອດໄພ.

ໃນຂະນະດຽວກັນມີລາຍງານວ່າ ປະຊາຊົນຊາວໂຣຮິງຢາປະມານ 3,000 ຄົນ ພະຍາຍາມຍ່າງຕີນເປົ່າຂ້າມແມ່ນ້ຳນາບ ເຊິ່ງເປັນຊາຍແດນທຳມະຊາດລະຫວ່າງມຽນມາ ກັບ ບັງກະລາເທດ ແລະ ຍັງມີຊາວໂຣຮິງຢາອີກຫຼາຍຮ້ອຍຄົນພະຍາຍາມຂ້າມຊາຍແດນຜ່ານທາງບ້ານກຸມທຸມ ແຕ່ໜ່ວຍລາດຕະເວນຂອງບັງກະລາເທດລາຍງານວ່າໄດ້ຍິນສຽງປືນດັງມາຈາກຝັ່ງຂອງມຽນມາ ແລະ ເຊື່ອວ່າເປັນຄວາມພະຍາຍາມຂອງທະຫານມຽນມາໃນການໄລ່ຂ້າຊາວໂຣຮິງຢາ, ດ້ານກະຊວງການຕ່າງປະເທດຂອງບັງກະລາເທດຮຽກຮ້ອງໃຫ້ມຽນມາເລັ່ງຄວບຄຸມສະຖານະການ ເພື່ອປ້ອງກັນການເກີດຄື້ນຜູ້ອົບພະຍົບຊາວໂຣຮິງຢາທີ່ຈະເຂົ້າມາໃນບັງກະລາເທດ.

ໃນຂະນະດຽວກັນນັ້ນ ທ່ານ ນາງ ອອງ ຊາຍ-ຊູຈີ ມົນຕີແຫ່ງລັດຂອງມຽນມາ (ຜູ້ນຳສູງສຸດດ້ານພຶດຕິໄນ) ປະນາມສະຖານະການຄັ້ງນີ້ໃນລັດຍະໄຂ່ວ່າ ເປັນການວາງແຜນລ່ວງໜ້າເປັນຢ່າງດີຂອງກຸ່ມບຸກຄົນທີ່ຫວັງທຳລາຍຂະບວນການສ້າງສັນຕິພາບ ເນື່ອງຈາກເກີດຂຶ້ນໃນມື້ດຽວກັບທ່ານ ໂຄຟີ ອັນນັນ ອະດີດເລຂາທິການໃຫຍ່ສະຫະປະຊາຊາດ ໃນຖານະຫົວໜ້າຄະນະກຳມະການທີ່ປຶກສາເພື່ອຜ່ອນຄາຍຄວາມຂັດແຍ່ງໃນລັດຍະໄຂ່ ຮຽກຮ້ອງໃຫ້ມີການແກ້ໄຂກົດໝາຍສິດທິພົນລະເມືອງລະບັບປີ 1982 ທີ່ເປັນການປະຕິເສດທີ່ຈະມອບສັນຊາດໃຫ້ກັບຊາວໂຣຮິງຢາຫຼາຍກວ່າ 1 ລ້ານຄົນ, ການຄວບຄຸມການລົງທຶນທາງເສດຖະກິດໃນລັດຍະໄຂ່ ແລະ ຈຳກັດເສລີພາບຂອງສື່ມວນຊົນໃນການໄປເຮັດຂ່າວໃນເຂດຄວາມຂັດແຍ່ງ ໂດຍອະດີດເລຂາທິການ UN ເຊື່ອວ່າການແກ້ໄຂກົດໝາຍດັ່ງກ່າວຈະຊ່ວຍຫຼຸດຜ່ອນຄວາມຮຸນແຮງໃນລັດຍະໄຂ່ ແລະ ເປັນເສັ້ນທາງສູ່ຂະບວນການຟື້ນຟູສັນຕິພາບຄັ້ງໃໝ່ໄດ້.

ເຊິ່ງບັນຍາກາດທີ່ເກີດຂຶ້ນໃນຕອນນີ້ຖືເປັນສະຖານະການນອງເລືອດທີ່ສຸດໃນລັດຍະໄຂ່ ນັບຕັ້ງແຕ່ເກີດເຫດການກຸ່ມຫົວຮຸນແຮງຂ້າຕຳຫຼວດ 9 ຄົນໃນລັດຍະໄຂ່ເມື່ອເດືອນ ຕຸລາ ປີທີ່ຜ່ານມາ ຫຼັງຈາກນັ້ນກອງທັບມຽນມາກໍ່ໄດ້ສົ່ງທະຫານໄປປິດລັດຍະໄຂ່ ເພື່ອປະຕິບັດການດ້ານຄວາມໝັ້ນຄົງ ໂດຍລັດຖະບານມຽນມາເປີດເຜີຍວ່າປະຕິບັດການໃນຄັ້ງນັ້ນມີຜູ້ເສຍຊີວິດ 89 ຄົນ ແຕ່ UN ແລະ ອົງກອນສິດທິມະນຸດເຊື່ອວ່າຈຳນວນຜູ້ເສຍຊີວິດໃນຄວາມເປັນຈິງສູງກວ່ານັ້ນ ແລະ ມີການລະເມີດສິດທິມະນຸດຢ່າງຮຸນແຮງຈົນເຖິງປັດຈຸບັນ.


No comments

Powered by Blogger.