ແຮງງານລາວ ໂດດຕຶກຕາຍ ທີ່ບາງກອກ ປະເທດໄທ - ອິດສະຫຼະ

ແຮງງານລາວ ໂດດຕຶກຕາຍ ທີ່ບາງກອກ ປະເທດໄທ



ສຳນັກຂ່າວຄົມຊັດເລິກຂອງໄທລາຍງານ 15 ສິງຫາ 2017 ວ່າ: ເມື່ອວັນ 02:00 ຂອງວັນອັງຄານນີ້ ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າມີຜູ້ຕົກລົງຈາກບ່ອນສູງເສຍຊີວິດ ທີ່ບາງກະປິຄອນໂດ, ແຂວງຄອງຈັນ ເຂດບາງກະປິ, ບາງກອກ ປະເທດໄທ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດສອບ.

ພາຍຫຼັງກວດສອບພົບວ່າຜູ້ຕາຍແມ່ນທ້າວ ມີ ເທບພະວົງສາ ອາຍຸ 22 ປີ ສັນຊາດລາວ ສະພາບສົບນອນຂວໍ້າບໍ່ນຸ່ງເສື້ອ, ນຸ່ງໂສ້ງນອນຂາສັ້ນສີນ້ຳຕານ, ມີຜ້າເຊັດໂຕສີບົວພັນຢູ່ເອວ ກວດສອບສະພາບສົບມີບາດບໍລິເວນຫົວໃກ້ກັນພົບເຫັນມີລົດເກັງ ແວ່ນຫຼັງລົດແຕກ ຫຼັງຄາດ້ານຂວາຍຸບ.

ຈາກການສອບຖາມທ້າວ ຍາ ວົງລະນາດ ອາຍຸ 32 ປີ ສັນຊາດລາວ ທີ່ເປັນ ລປພ ຂອງອາຄານດັ່ງກ່າວໃຫ້ຮູ້ວ່າ ຜູ້ຕາຍເປັນນ້ອງເມຍຕົນ ໂດຍມາເຮັດວຽກຢູ່ໄທໄດ້ປະມານ 2-3 ປີ ເຮັດວຽກນຳຮ້ານຂາຍຊີ້ນໝູຢູ່ຕະຫຼາດບາງກະປິ ກ່ອນເກີດເຫດເວລາປະມານ 01:00 ຂະນະທີ່ຕົນເຂົ້າເວນກະເດິກຢູ່ ຜູ້ຕາຍກັບມາຈາກວຽກໄດ້ມາເອົາກຸນແຈຫ້ອງນຳ ແລ້ວໄດ້ຂຶ້ນໄປຫ້ອງພັກຢູ່ຊັ້ນ 9 ຕໍ່ມາໄດ້ຍິນສຽງດັ່ງສະນັ່ນບໍລິເວນທ້າຍລົດເກັງທີ່ຈອດຢູ່ໜ້າອາຄານ ເຫັນວ່າເປັນຜູ້ຊາຍຕົກຈາກບ່ອນສູງນອນຂວໍ້າໜ້າ ໂດຍບໍ່ຮູ້ວ່າເປັນນ້ອງເມຍຂອງຕົນ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ ກ່ອນທີ່ຈະຮູ້ພາຍຫຼັງວ່າເປັນນ້ອງເມຍຂອງຕົນ ໂດຍພາຍໃນຫ້ອງຕົນພັກຢູ່ກັບຜູ້ຕາຍ ແລະ ໝູ່ຄົນລາວນຳກັນອີກ 3 ຄົນ, ປົກກະຕິທ້າວ ມີ ເປັນຄົນບໍ່ມັກເວົ້າ, ເຮັດວຽກແລ້ວກໍ່ກັບມາຫ້ອງພັກ ແລະ ບໍ່ເຄີຍເລົ່າເລື່ອງຫຍັງໃຫ້ຟັງກ່ອນເກີດເຫດດັ່ງກ່າວ.

ຈາກການກວດສອບພາຍໃນຫ້ອງພັກດັ່ງກ່າວບໍລິເວນລະບຽງຫຼັງຫ້ອງພົບຮອຍຕັດຕາໜ່າງກັນນົກ ເນື່ອງຕົ້ນເຈົ້າໜ້າທີ່ຄາດວ່າສາເຫດເກີດຈາກຜູ້ຕາຍຄຽດ ເລື່ອງສ່ວນຕົວຈຶ່ງຕັດສິນໃຈໂດດຕຶກໜີບັນຫາ ເຖິງຢ່າງໃດກໍ່ຕາມຕ້ອງໄດ້ມີການສືບສວນອ້າຍ ແລະ ໝູ່ຮ່ວມງານເພື່ອຫາສາເຫດການເສຍຊີວິດທີ່ແທ້ຈິງຕໍ່ໄປ.

No comments

Powered by Blogger.