ສະພາ ແລະ ລັດຖະບານ ປະຊຸມຮ່ວມ ເພື່ອປຶກສາຫາລືບາງບັນຫາທີ່ສຳຄັນຂອງຊາດ - ອິດສະຫຼະ

ສະພາ ແລະ ລັດຖະບານ ປະຊຸມຮ່ວມ ເພື່ອປຶກສາຫາລືບາງບັນຫາທີ່ສຳຄັນຂອງຊາດ



ວິທະຍາກະຈາຍສຽງແຫ່ງຊາດລາຍງານວ່າ: ກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ຊຸດທີ 8 ກັບຄະນະລັດຖະບານ ຄັ້ງທີ 1 ຈັດຂື້ນໃນວັນທີ 15/08/2017 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍສະມາຊິກລັດຖະບານ, ກຳມະການຄະນະປະຈຳ ແລະ ພາກສ່ວນກ່ຽວຂ້ອງ.

ເພື່ອປຶກສາຫາລືບາງບັນຫາທີ່ສຳຄັນຂອງຊາດ ແນໃສ່ຮັບປະກັນໃຫ້ເສດຖະກິດ - ສັງຄົມສືບຕໍ່ມີການຂະຫຍາຍຕົວ, ສັງຄົມມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ, ສ້າງໄດ້ຄວາມໄວ້ວາງໃຈຄວາມເຊື່ອໜັ້ນຂອງປະຊາຊົນຕໍ່ການບໍລິຫານຂອງລັດ.


ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີຄຳເຫັນວ່າ: ກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະບານຄັ້ງທຳອິດນີ້ ເນັ້ນໜັກໃສ່ການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂື້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນບັນດາໂຄງການລົງທືນພັດທະນາຂອງລັດ ແລະຂອງພາກສ່ວນເສດຖະກິດຕ່າງໆ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໜາຍໃຫ່ຍທາງດ້ານເສດຖະກິດສັງຄົມ, ງົບປະມານແຫ່ງລັດໃນປີ 2017 ຕາມມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດວາງອອກ ເພື່ອສືບຕໍ່ຊຸກຍູ້ ແລະ ຊີ້ນຳການຈັດຕັ້ງປະຕິບັດແຜນການ 6 ເດືອນທ້າຍປີ ໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້.


ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດນະໂຍບາຍທົດແທນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການລົງທືນພັດທະນາຂອງລັດ ລວມທັງໂຄງການກໍ່ສ້າງທາງລົດໄຟ, ໂຄງການລົງທືນພາຍໃນ ແລະ ຕ່າງປະເທດ ທີ່ພົວພັນເຖິງການທົດແທນ ແລະ ການຈັດສັນທີ່ຢູ່ອາໃສ ແລະ ອາຊີບຄົງທີ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, ສະພາບການການຈັດຕັ້ງປະຕິບັດບັນດາຄາດໜາຍໃຫ່ຍທາງດ້ານເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດຕາມມະຕິ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດໄລຍະ 6 ເດືອນຕົ້ນປີ 2017 ແລະ ບັນດານະໂຍບາຍ ແລະ ມາດຕະການຈັດຕັ້ງປະຕິບັດແຜນການ ໄລຍະ 6 ເດືອນທ້າຍປີ 2017, ກົນໄກການປະສານງານ ແລະການຊີ້ນຳຂອງຄະນະປະຈຳສະພາແຫ່ງຊາດ ແລະລັດຖະບານກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດໃນທ້າຍປີນີ້ ກ່ຽວກັບແຜນພັດທະນາເສດຖະກິດ - ສັງຄົມ ແລະແຜນງົບປະມານແຫ່ງລັດປະຈຳປີ 2018 ຕໍ່ສາຍຕັ້ງຂອງຕົນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ແນໃສ່ຮັບປະກັນຄວາມເປັນເອກະພາບໃນການຊີ້ນຳ ແລະ ຈັດຕັ້ງຜັນຂະຫຍາຍແຜນການເຫລົ່ານີ້ໃຫ້ທັນຕາມກຳນົດເວລາ ແລະ ມີໜາກຜົນ.


ໂອກາດນີ້ປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ນາຍົກລັດຖະມົນຕີ ບັນດາລັດຖະມົນຕີກໍ່ຄືຄະນະປະຈຳສະພາແຫ່ງຊາດ ສຸມສະຕິປັນຍາເຂົ້າໃນກາຄົ້ນຄວ້າປະກອບຄຳເຫັນ ພ້ອມທັງສະເໜີມາດຕະການ ແລະ ວິທີທີ່ມີຜົນສັກສິດຕໍ່ເນື້ອໃນທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ຢ່າງມີຈຸດສຸມ ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໜາຍ ແລະສະພາບຄວາມເປັນຈິງແຫ່ງການພັດທະນາເສດຖະກິດ - ສັງຄົມ ແລະນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນລາວບັນດາເຜົ່າ.

No comments

Powered by Blogger.