ຈີນເລີ່ມປະຕິບັດມາດຕະການຂວໍ້າບາດ ຕໍ່ເກົາຫຼີເໜືອ ຕາມມະຕິຂອງ UN - ອິດສະຫຼະ

ຈີນເລີ່ມປະຕິບັດມາດຕະການຂວໍ້າບາດ ຕໍ່ເກົາຫຼີເໜືອ ຕາມມະຕິຂອງ UN



ສຳນັກຂ່າວຕ່າງປະເທດລາຍງານເມື່ອວວັນທີ 15 ສິງຫາ 2017 ທີ່ຜ່ານມາວ່າ: ກະຊວງການຄ້າຂອງຈີນໄດ້ອອກຄຳສັ່ງໃຫ້ມີການປະຕິບັດຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໃນການຂວໍ້າບາດເກົາຫຼີເໜືອ ເຊິ່ງລວມເຖິງການຫ້າມນຳເຂົ້າຖ່ານຫິນ, ເຫຼັກ, ແຮ່ເຫຼັກ, ກົ່ວ ແລະ ອາຫານທະເລ.

ເຊິ່ງ UNSC ໄດ້ມີມະຕິເປັນເອກະພາບທັງ 15 ປະເທດສະມາຊິກເມື່ອວັນທີ 5 ສິງຫາ 2017 ທີ່ຜ່ານມາໃນການຂວໍ້າບາດເກົາຫຼີເໜືອ ໂດຍຈະຕັດລາຍໄດ້ຈາກການສົ່ງອອກຂອງເກົາຫຼີເໜືອລົງ 1 ໃນ 3 ຈາກລະດັບ 3,000 ລ້ານໂດລາສະຫະລັດຕໍ່ປີ ຫຼື 1,000 ໂດລາສະຫະລັດຕໍ່ປີ ເພື່ອຕອບໂຕ້ຕໍ່ການທີ່ເກົາຫຼີເໜືອໄດ້ມີການທົດລອງຂີປະນາວຸດຂ້າມທະວີບ 2 ຄັ້ງໃນເດືອນທີ່ຜ່ານມາ.

ເນື້ອໃນສຳຄັນຂອງມະຕິດັ່ງກ່າວ ຍັງລວມເຖິງການຫ້າມບໍ່ໃຫ້ມີການລົງທຶນຮ່ວມກັບເກົາຫຼີເໜືອ ແລະ ຫ້າມການລົງທຶນໃໝ່ໃນບໍລິສັດທີ່ມີການລົງທຶນກັບເກົາຫຼີເໜືອຢູ່ແລ້ວໃນປັດຈຸບັນ.

No comments

Powered by Blogger.