ສຸດໂຫດ...! ປະຫານກາງເມືອງຍິງດ້ວຍປືນ ພ້ອມທັງແຂວນປະຈານ ໂທດຂ້າຂົ່ມຂືນເດັກໃນເຢເມນ - ອິດສະຫຼະ

ສຸດໂຫດ...! ປະຫານກາງເມືອງຍິງດ້ວຍປືນ ພ້ອມທັງແຂວນປະຈານ ໂທດຂ້າຂົ່ມຂືນເດັກໃນເຢເມນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ສິງຫາ 2017 ທີ່ຜ່ານມາວ່າ: ຕຳຫຼວດຂອງລັດຖະບານກະບົດຮູທິ ເຊິ່ງຢຶດນະຄອນຫຼວງຂອງເຢເມນມາຕັ້ງແຕ່ປີ 2014 ໄດ້ປະຫານຊີວິດຊາຍຄົນໜຶ່ງທີ່ຖືກຈັບໃນຂໍ້ຫາ ຂົ່ມຂືນກະທຳຊຳເລົາ ແລະ ຄາຕະກຳເດັກນ້ອຍຍິງອາຍຸ 4 ປີ ໂດຍຊາຍຄົນດັ່ງກ່າວຖືກປະຫານດ້ວຍການຈັບກົດລົງພື້ນ ແລະ ຍິງຈົນເສຍຊີວິດ ທ່າມກາງສາຍຕາປະຊາຊົນຈຳນວນຫຼາຍ ກ່ອນທີ່ສົບຂອງຊາຍຄົນດັ່ງກ່າວຈະຖືກແຂວນດ້ວຍລົດເຄນເພື່ອປະຈານ.



ຜູ້ພິພາກສາໃນເມືອງຫຼວງເຢເມນຕັດສິນໃຫ້ທ້າຍ ຮຸສເຊນ ອັນ-ຊາເກດ ອາຍຸ 22 ປີ ມີຄວາມຜິດຈິງໃນຂໍ້ຫາລັກພາຕົວ, ຂົ່ມຂືນ ແລະ ຄາຕະກຳ ເດັກນ້ອຍຍິງອາຍຸ 4 ປີ ກ່ອນນຳສົບໄປຝັງ ທີ່ຮ້າຍໄດ້ກວ່ານັ້ນ ທ້າວ ຊາເກດ ຍັງແຝງຕົວເປັນໜຶ່ງໃນຜູ້ທີ່ຊ່ວຍກັນອອກຄົ້ນຫາຕົວເດັກນ້ອຍຍິງຄົນດັ່ງກ່າວທີ່ເສຍໄປ ກ່ອນທີ່ຕຳຫຼວດຈະສືບຮູ້ຄວາມຈິງໃນເວລາຕໍ່ມາ.


ການປະຫານຊີວິດຂອງທ້າວ ຊາເກດ ເກີດຂຶ້ນໃນວັນຈັນທີ 14 ສິງຫາ 2017 ທີ່ຜ່ານມາ ໂດຍຕຳຫຼວດຈັບທ້າວ ຊາເກດ ກົດລົງພື້ນໃຈກາງນະຄອນຫຼວງຊານາ ກ່ອນທີ່ຈະຍິງປືນໃສ່ 5 ນັດເຂົ້າທີ່ຫົວໃຈຈົນເສຍຊີວິດ ແລ້ວນຳຮ່າງໄປແຂວນໄວ້ເທິງລົດເຄນ.



No comments

Powered by Blogger.