ກອງທັບເຝິກຊ້ອມ ເພື່ອກຽມພ້ອມຮັບມືກັບໄພພິບັດທາງທຳມະຊາດ - ອິດສະຫຼະ

ກອງທັບເຝິກຊ້ອມ ເພື່ອກຽມພ້ອມຮັບມືກັບໄພພິບັດທາງທຳມະຊາດ



ໜັງສືພິມຄວາມສະຫງົບລາຍງານວ່າ: ໃນວັນທີ 14 ສິງຫາ 2017 ທີ່ຜ່ານມາ, ຄະນະຮັບຜິດຊອບຄວບຄຸມ ແລະ ຕ້ານໄພພິບັດທາງທຳມະຊາດ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງເຝິກຊ້ອມຫັດແອບເທິງແຜນທີ່-ແຜນຮ່າງ ແລະ ພາກສະໜາມ ຢູ່ທີ່ສະໂມສອນປົກຄອງເມືອງໄຊບູລີ ແຂວງສະຫວັນນະເຂດ ເພື່ອກຽມພ້ອມຮັບມືກັບໄພພິບັດກໍລະນີເກີດຂຶ້ນ ໂດຍການເປັນປະທານຂອງ ພົຈວ ສິງສະ ຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ມີບັນດາຄະນະຊີ້ນໍາການເຝິກຊ້ອມ, ມີການນຳແຂວງສະຫັວນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຫັດແອບເທິງແຜນທີ່-ແຜນຮ່າງໃນຄັ້ງນີ້ ແມ່ນມີຫົວບົດວ່າ: ກົມໃຫຍ່ເສນາທິການກອງທັບສົມທົບກັບຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດຊີ້ນໍາກໍາລັງກອບກູ້, ແກ້ໄຂໄພພິບັດນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ແລະ ປະກອບ 6 ພາກສ່ວນ ເຂົ້າຮ່ວມ; ໃນນັ້ນມີ: ກອງເລຂາ, ກະຊວງປ້ອງກັນປະເທດ, ອົງການປົກຄອງ ແຂວງສະຫວັນນະເຂດ, ກອງບັນຊາການທະຫານແຂວງສະຫວັນນະເຂດ, ກອງພົນທີ 4 ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ຈຸດປະສົງ ແລະ ຄາດໝາຍໃນການ ຫັດ ແອບເທິງແຜນທີ່-ແຜນຮ່າງລວມມີ 3 ບັນຫາຄື: ຄົ້ນຄວ້າຕີລາຄາສະພາບດີນຟ້າອາກາດ ແລະ ກໍານົດບັນດາວຽກທີ່ຈະຕ້ອງສຸມໃສ່ອົງການ ແລະ ກົມກອງ, ສ້າງແຜນການນໍາໃຊ້ກໍາລັງກອບກູ້ ແກ້ໄຂໄພພິບັດນໍ້າຖວ້ມ, ລາຍງານແຜນການນໍາໃຊ້ກໍາລັງກອບກູ້ ແກ້ໄຂໄພພິບັດຕໍ່ຂັ້ນເທິງ.


ສ່ວນການຫັດແອບພາກສະໜາມແມ່ນຄາດໝາຍລວມມີ 7 ບັນຫາຄື: ກອບກູ້, ເຄື່ອນຍ້າຍປະຊາຊົນດ້ວຍຂົວບັກ, ຊອກຄົ້ນຊ່ວຍເຫຼືອຜູ້ຖຶກເຄາະຮ້າຍດ້ວຍຍົນຂຶ້ນຊື່, ຊອກຄົົ້ນຜູ້ຖືກເຄາະຮ້າຍຈົມນ້ຳດ້ວຍນັກດຳນ້ຳ, ສ້າງຄູກັ້ນນ້ຳຖ້ວມດ້ວຍກະຊອບຊາຍ, ຊ່ວຍເຫຼືອປະຊາຊົນທີ່ຂີ່ກົງເບັງໄຫຼນ້ຳມາດ້ວຍເຮືອ, ຍົນຂຶ້ນຊື່, ຊ່ວຍເຫຼືອປະຊາຊົນທີ່ຄ້າງ ຢູ່ຕາມຕົ້ນໄມ້ (ເຫງົ້າໄມ້) ດ້ວຍເຮືອ, ຍົນຂຶ້ນຊື່, ຈັດສັນທີ່ພັກເຊົາຊົ່ວຄາວ, ຈັດຕັ້ງພະຍາບານ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ຖືກເຄາະຮ້າຍຜ່ານການເຝິກຊ້ອມ-ຫັດແອບ ການປ້ອງກັນ ແລະ ຄວບຄຸມໄພພິບັດຄັັ້ງນີ້ ໄດ້ສ້າງຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈຫລາຍຢ່າງໃຫ້ແກ່ຜູ້ເຂົ້າເຝິກຊ້ອມ-ຫັດແອບ ເຊິ່ງສະແດງອອກໃນການສ້າງແຜນ ແລະ ຈັດວາງກຳລັງເຂົ້າໃນການກອບກູ້ຜູ້ທີ່ຖືກໄພນ້ຳຖ້ວມໄດ້ບັນລຸໄປຕາມເປົ້າໝາຍທີ່ວາງໄວ້.

No comments

Powered by Blogger.