ເດັກນ້ອຍຖືກຖິ້ມ ໃນພຸ່ມໄມ້ ໂຊກດີທີ່ມີຄົນໄປເຫັນ - ອິດສະຫຼະ

ເດັກນ້ອຍຖືກຖິ້ມ ໃນພຸ່ມໄມ້ ໂຊກດີທີ່ມີຄົນໄປເຫັນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ສິງຫາ 2017 ທີ່ຜ່ານມາວ່າ: ສື່ອິນເດຍລາຍງານວ່າມີຜູ້ພົບເຫັນເດັກນ້ອຍເພດຍິງ ຖືກຖິ້ມໄວ້ໃນພຸ່ມໄມ້ ເມືອງອຸນາ ລັດຄຸຊະຣາດ ຂອງປະເທດອິນເດຍ ຄາດວ່າພໍ່ແມ່ຕ້ອງການມີລູກຊາຍ ແຕ່ເມື່ອເດັກທີ່ອອກມາເປັນເພດຍິງ ຈຶ່ງຖືກຖິ້ມໄວ້ ເຊິ່ງສິ່ງດັ່ງກ່າວເປັນເລື່ອງທີ່ພົບເຫັນໄດ້ຫຼາຍໃນອິນເດຍ.


ສຳລັບເດັກຍິງຄົນນີ້ໄດ້ຮັບຄວາມຊ່ວຍເຫຼືອ ພາຍຫຼັງທີ່ມີຜູ້ຜ່ານມາແລ້ວໄດ້ຍິນສຽງໄຫ້ຢູ່ບໍລິເວນນັ້ນ ເມື່ອເຂົ້າໄປເບິ່ງໃກ້ໆ ຈຶ່ງພົບວ່າເປັນເດັກນ້ອຍທີ່ມີບາດຕາມຕົນໂຕເພາະຖືກຄົມຫຍ້າບາດ ຕໍ່ມາໜ່ວຍກູ້ໄພທີ່ໄດ້ຮັບແຈ້ງເຫດຈຶ່ງໄດ້ຮີບມາຊ່ວຍທັນທີ ແລະ ພາເດັກນ້ອຍໄປໂຮງໝໍ.


ສ່ວນຕຳຫຼວດທ້ອງຖິ່ນກໍ່ໄດ້ເລັ່ງສືບສວນ ແລະ ຕາມຫາພໍ່ແມ່ຂອງເດັກແລ້ວ ເມື່ອນຳຕົວມາລົງໂທດ ໂດຍເບື້ອງຕົ້ນສັນນິຖານວ່າ ພໍ່ແມ່ຖິ້ມລູກຄົນນີ້ ເພາະບໍ່ຕ້ອງການລ້ຽງລູກສາວ ເຊິ່ງມີຜົນຫຼາຍກັບຄອບຄົວທີ່ມີຖານະທຸກຍາກ ເນື່ອງຈາກໃນອະນາຄົດຈະບໍ່ມີເງິນພໍທີ່ຈະໄປເປັນຄ່າຊູ່ຂໍຝ່າຍຊາຍ.

No comments

Powered by Blogger.