ທະຫານຈີນ-ທະຫານອິນເດຍ ອອກມວຍໃສ່ກັນ ໃນເຂດຄວາມຂັດແຍ່ງຊາຍແດນສາຍພູຫິມະໄລ - ອິດສະຫຼະ

ທະຫານຈີນ-ທະຫານອິນເດຍ ອອກມວຍໃສ່ກັນ ໃນເຂດຄວາມຂັດແຍ່ງຊາຍແດນສາຍພູຫິມະໄລ



ສຳນັກຂ່າວຕ່າງປະເທດລາຍງານ 16 ສິງຫາ 2017 ວ່າ: ເກີດເຫດຜິດຖຽງກັນເຖິງຂັ້ນທຳຮ້າຍຮ່າງກາຍກັນລະຫວ່າງທະຫານຈີນ ກັບ ທະຫານອິນເດຍ ຈົນມີຜູ້ໄດ້ຮັບບາດເຈັບທັງສອງຝ່າຍ ບໍລິເວນທະເລສາບແປງກອງ ໃນເຂດລາດັກ ຂອງລັດຊຳມູ ແລະ ກັດສະມີ ໃນເຂດສາຍພູຫິມະໄລ ທາງພາກເໜືອປະເທດອິນເດຍ ເມື່ອວັນອັງຄານທີ່ທີ່ຜ່ານມາ ໂດຍແຫຼ່ງຂ່າວໃນກອງທັບອິນເດຍໄດ້ເປີດເຜີຍກັບສຳນັກຂ່າວ Reuters ວ່າ ທະຫານຈີນເປັນຝ່າຍລ່ວງລໍ້າຂ້າມແດນເຂົ້າມາໃນເຂດລາດັກກ່ອນ.

ເຖິງຢ່າງໃດກໍ່ຕາມ ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດຂອງອິນເດຍ ແລະ ຈີນ ຍັງບໍ່ໄດ້ອອກມາສະແດງທ່າທີຕໍ່ລາຍງານດັ່ງກ່າວ ເຊິ່ງເກີດຂຶ້ນໃນຊ່ວງທີ່ບັນຍາກາດບໍລິເວນພູພຽງດັອກລຳ ຫຼື ເຂດຕົງຫຼາງ ດິນແດນຂະໜາດນ້ອຍເທິງສາຍພູຫິມະໄລ ເຊິ່ງຕັ້ງຢູ່ລະຫວ່າງລັດສິກຂິມພາກເໜືອຂອງອິນເດຍ ກັບເຂດປົກຄອງຕົນເອງທິເບດຂອງຈີນ ແລະ ມີຊາຍແດນບາງສ່ວນຕິດກັບພູຖານ ໄດ້ກັບມາເຄັ່ງຕຶງອີກຄັ້ງຕັ້ງແຕ່ເດືອນ ມິຖຸນາ ທີ່ຜ່ານມາ ເມື່ອທະຫານຊ່າງຂອງຈີນເຂົ້າມາດຳເນີນການກຽມການກໍ່ສ້າງເສັ້ນທາງໃນບໍລິເວນດັ່ງກ່າວ ແລະ ອິນເດຍໄດ້ສົ່ງທະຫານເຂົ້າໄປກົດດັນໃຫ້ມີການຢຸດຕິໂຄງການດັ່ງກ່າວ.

ເຊິ່ງລັດຖະບານອິນເດຍໃຫ້ເຫດຜົນວ່າ ກິດຈະກຳຂອງລັດຖະບານຈີນຢູ່ພູພຽງດັອກລຳຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງໃນພູມມິພາກ ຂະນະທີ່ຈີນກ່າວວ່າອິນເດຍບໍ່ສາມາດອ້າງກຳມະສິດເໜືອເຂດດັ່ງກ່າວໄດ້ ແລະ ກ່າວໂທດວ່າລັດຖະບານອິນເດຍເປັນຝ່າຍເຮັດໃຫ້ການເຈລະຈາເລື່ອງນີ້ບໍ່ມີຄວາມຄືບໜ້າ ແລະ ພະຍາຍາມຍຸຍົງໃຫ້ເກີດສົງຄາມຄືປີ 1962.


No comments

Powered by Blogger.