ຈີນທວງຄືນ ການເປັນຜູ້ຖືຄອງພັນທະບັດສະຫະລັດ ຫຼາຍທີ່ສຸດໃນໂລກ - ອິດສະຫຼະ

ຈີນທວງຄືນ ການເປັນຜູ້ຖືຄອງພັນທະບັດສະຫະລັດ ຫຼາຍທີ່ສຸດໃນໂລກ



ສຳນັກຂ່າວ Xinhua ຂອງທາງການຈີນລາຍງານ 16 ສິງຫາ 2017 ວ່າ: ຈີນຂຶ້ນເປັນອັນດັບໜຶ່ງ ໃນການຖືຄອງພັນທະບັດສະຫະລັດຫຼາຍທີ່ສຸດໃນໂລກ, ເຊິ່ງຈີນໄດ້ທວງຄືນຕຳແໜ່ງຜູ້ຖືຄອງພັນທະບັດສະຫະລັດອາເມຣິກາ ລາຍໃຫຍ່ທີ່ສຸດໃນໂລກ ພາຍຫຼັງໄດ້ເພີ່ມຈຳນວນການຖືຄອງພັນທະບັດສະຫະລັດເປັນເວລາ 5 ເດືອນຕິດຕໍ່ກັນ ໂດຍອ້າງອີງຈາກຂໍ້ມູນຂອງກະຊວງການເງິນສະຫະລັດອາເມຣິກາທີ່ອອກມາເມື່ອວັນອັງຄານທີ່ຜ່ານມາ.

ໂດຍໃນເດືອນມິຖຸນາ ທີ່ຜ່ານມາ ຍອດການຖືຄອງພັນທະບັດ ແລະ ໃບເງິນຄັງສະຫະລັດອາເມຣິກາຂອງຈີນເພີ່ມຂຶ້ນເປັນ 1.15 ລ້ານລ້ານໂດລາສະຫະລັດ ຫຼັງຈາກທີ່ໃນເດືອນດັ່ງກ່າວຈີນໄດ້ຊື່ພັນທະບັດຈຳນວນ 44.3 ພັນລ້ານໂດລາສະຫະລັດ.

ໃນຂະນະທີ່ຍີ່ປຸ່ນແຊັມເກົ່າທີ່ເຄີຍແຊງໜ້າຈີນໄປເມື່ອເດືອນຕຸລາປີຜ່ານມາ ໄດ້ຂາຍພັນທະບັດອອກ 20,500 ລ້ານໂດລາສະຫະລັດ ແລະ ຫຼຸດການຖືຄອງລົງເຫຼືອ 1.09 ລ້ານລ້ານໂດລາສະຫະລັດໃນເດືອນດຽວກັນ ເຊິ່ງຮຽກໄດ້ວ່າຫຼຸດລົງຫຼາຍທີ່ສຸດໃນຮອບເກືອບ 4 ປີ.


ຄວາມຕ້ອງການຊື້ພັນທະບັດສະຫະລັດຂອງຈີນນັ້ນຖືກຂັບເຄື່ອນໂດຍການຄ້າທີ່ເຂັ້ມແຂງລະຫວ່າງຈີນກັບສະຫະລັດອາເມຣິກາ ແລະ ການຖືຄອງພັນທະບັດຂອງຈີນອາດຈະເຕີບໃຫຍ່ຢ່າງຕໍ່ເນື່ອງໃນອີກຫຼາຍເດືອນຕໍ່ໜ້າ.

Thomas Simons ນັກເສດຖະກິດອາວຸໂສຂອງ ບໍລິສັດທີ່ປຶກສາທາງການເງິນ Jefferies LLC ໃນນິວຢອກກ່າວວ່າ: ທະນາຄານກາງຂອງຈີນໄດ້ຖະແຫຼງວ່າທຶນສຳຮອງລະຫວ່າງປະເທດຂອງຈີນເພີ່ມຂຶ້ນເຖິງລະດັບ 3.08 ລ້ານລ້ານໂດລາສະຫະລັດ ເມື່ອເດືອນກໍລະກົດທີ່ຜ່ານມາ ເຊິ່ງເປັນການເພີ່ມຂຶ້ນເດືອນ 6 ຕິດຕໍ່ກັນ.

No comments

Powered by Blogger.