ບົດຖະແຫຼງຂ່າວບັນຫາຊາຍແດນລາວ-ກຳປູເຈຍ ຈາກກະຊວງການຕ່າງປະເທດ - ອິດສະຫຼະ

ບົດຖະແຫຼງຂ່າວບັນຫາຊາຍແດນລາວ-ກຳປູເຈຍ ຈາກກະຊວງການຕ່າງປະເທດ



ບົດຖະແຫຼງຂ່າວກ່ຽວກັບສະພາບຊາຍແດນລາວ-ກຳປູເຈຍ ຢູ່ລະຫວ່າງ ແຂວງອັດຕະປື ແລະ ແຂວງຊຽງແຕງ ຈາກກະຊວງການຕ່າງປະເທດ:


1. ກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ບໍລິເວນຊາຍແດນລາວ-ກຳປູເຈຍ ໄລຍະໃກ້ໆນີ້ ຢູ່ແຂວງອັດຕະປືຂອງລາວ ແລະ ແຂວງຊຽງແຕງ ຂອງກຳປູເຈຍ ຢາກໃຫ້ທ່ານຊ່ວຍຊີ້ແຈງ ອະທິບາຍວ່າເປັນແນວໃດ?

ຂໍສະແດງຄວາມຂອບໃຈຕໍ່ສື່ມວນຊົນທີ່ມີຄວາມສົນໃຈກ່ຽວກັບສະພາບຊາຍແດນລາວ-ກຳປູເຈຍ ໂດຍສະເພາະເມືອງສະໜາມໄຊ, ແຂວງອັດຕະປື ກັບເມືອງແສນປາງ, ແຂວງຊຽງແຕງ ບໍລິເວນຊາຍແດນທີ່ຄົງຄ້າງ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ.

ກ່ອນອື່ນຂ້າພະເຈົ້າ ຂໍແຈ້ງໃຫ້ສື່ມວນຊົນຊາບວ່າ ລາວ ແລະ ກຳປູເຈຍ ມີຊາຍແດນຮ່ວມກັນທັງໝົດ 535 ກິໂລແມັດ, ເບື້ອງລາວມີແຂວງຈຳປາສັກ ແລະ ອັດຕະປື, ເບື້ອງກຳປູເຈຍມີແຂວງເພຣຍວິເຮຍ, ແຂວງຊຽງແຕງ ແລະ ລັດຕະນະຄີຣີ. ໃນປີ 1995 ລັດຖະບານທັງສອງປະເທດໄດ້ຕົກລົງກັນໃຫ້ມີການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ໂດຍໄດ້ຕົກລົງຮັບຮອງ ເອົາ 4 ຫຼັກການ ເພື່ອເປັນພື້ນຖານໃຫ້ແກ່ການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນດັ່ງນີ້:

- ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ເມື່ອຄາວຫົວເມືອງຂຶ້ນປະໄວ້ ໂດຍອີງຕາມແຜນທີ່1/100 000 ແລະ ແຜນທີ່ອື່ນໆ ທີ່ກ່ຽວຂ້ອງພິມອອກແຕ່ປີ 1933-1953 ໂດຍພະແນກແຜນທີ່ຂອງອິນດູຈີນ.

- ບົນພື້ນຖານຫຼັກການຕ່າງໆທີ່ສາກົນຮັບຮູ້ກ່ຽວກັບການຂີດເສັ້ນຊາຍແດນ.

- ບົນພື້ນຖານຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງ ທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ.

- ບົນພື້ນຖານຂອງຄວາມສະເໝີພາບ, ທ່ຽງທຳ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ, ເຄົາລົບສິດ ແລະ ຜົນປະໂຫຍດຂອງກັນ ແລະ ເປັນເອກະພາບຢ່າງສົມບູນ.

ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດມີຄວາມຈະແຈ້ງ ແລະ ຊັດເຈນຕະຫຼອດການ, ເພື່ອເປັນມູນມໍລະດົກຕົກທອດໃຫ້ແກ່ອານຸຊົນລຸ້ນຫຼັງໃຫ້ສືບທອດກັນຕໍ່ໄປ, ໃນປີ 2000 ເປັນຕົ້ນມາ ສອງຝ່າຍໄດ້ຮ່ວມກັນສໍາຫຼວດທິດເນັ່ງເສັ້ນຊາຍແດນສຳເລັດ ປະມານ 87 % ຂອງລວງຍາວເສັ້ນຊາຍແດນທັງໝົດ ແລະ ໄດ້ກໍ່ສ້າງຫຼັກໝາຍຊາຍແດນຈຳນວນ 121 ຫຼັກໝາຍ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວພວກເຮົາຍັງມີຈຸດຄົງຄ້າງຈຳນວນນຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປຶກສາຫາລື ເພື່ອແກ້ໄຂຮ່ວມກັນ ລວມທັງບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ທີ່ມີສະພາບພົ້ນເດັ່ນໃນປະຈຸບັນ, ບໍລິເວນດັ່ງກ່າວນີ້ສອງຝ່າຍຍັງບໍ່ໄດ້ສຳຫຼວດ ແລະ ກຳນົດທິດເນັ່ງເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນເທື່ອຍ້ອນວ່າສອງຝ່າຍມີທັດສະນະທີ່ແຕກຕ່າງກັນກ່ຽວກັບພື້ນຖານທີ່ເປັນບ່ອນອີງໃນການຂີດເສັ້ນຊາຍແດນ, ບໍລິເວນນີ້ການນຳຂັ້ນສູງຂອງສອງປະເທດຈຶ່ງໄດ້ຕົກລົງເປັນເອກະພາບກັນວ່າ ເປັນຈຸດຄົງຄ້າງມິດຕະພາບ ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆໂດຍຝ່າຍໃດຝ່າຍນຶ່ງ ແລະ ໃຫ້ຮັກສາບໍລິເວນນີ້ໃຫ້ຢູ່ໃນສະພາບເດີມ ຈົນກວ່າທັງສອງຝ່າຍຈະຕົກລົງກຳນົດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນສຳເລັດກ່ອນ.

2. ສອງຝ່າຍໄດ້ກຳນົດມາດຕະການ ແລະ ວິທີການແກ້ໄຂບັນຫາທີ່ເກີດຂຶ້ນໃນບໍລິເວນນີ້ຄືແນວໃດ?

- ໃນວັນທີ 12 ສິງຫາ 2017 ສົມເດັດອັກຄະມະຫາເສນາບໍດີເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເພື່ອປຶກສາຫາລືຊອກຊ່ອງທາງແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດທີ່ກຳລັງເຄັ່ງຮ້ອນ. ໃນໂອກາດນີ້, ສົມເດັດຮຸນເຊນ ໄດ້ພົບປະສອງຝ່າຍ ກັບພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍສອງຝ່າຍໄດ້ປຶກສາຫາລື ກ່ຽວກັບແນວທາງການແກ້ໄຂບັນຫາຊາຍແດນລະຫວ່າງແຂວງອັດຕະປື, ສປປ ລາວ ແລະ ແຂວງຊຽງແຕງ, ຣາຊະອານາຈັກກຳປູເຈຍ ຢ່າງກົງໄປກົງມາ ຖານມິດຕະພາບ, ບ້ານພີ່ເມືອງນ້ອງ ທີ່ມີມູນເຊື້ອການພົວພັນທີ່ດີມາແຕ່ດົນນານ. ພາຍຫຼັງສຳເລັດການພົບປະສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ໄດ້ຖະແຫຼງການຮ່ວມຕໍ່ສື່ມວນຊົນ ກ່ຽວກັບຜົນການປຶກສາຫາລືຮ່ວມກັນ ຊຶ່ງສອງຝ່າຍເຫັນດີຖອນກຳລັງທະຫານທີ່ບໍ່ທັນຖອນທັງໝົດ ຈາກບໍລິເວນຊາຍແດນທີ່ຍັງຄົງຄ້າງ ໃຫ້ກັບຄືນກົມກອງ ແລະ ທີ່ຕັ້ງເດີມບໍ່ໃຫ້ກາຍຕອນເຊົ້າຂອງວັນທີ 13 ສິງຫາ 2017, ພາຍຫຼັງທີ່ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດນັ້ນ ແລະ ເຫັນດີຖອນກອງກຳລັງທະຫານທີ່ໄປສະສົມໄວ້ໃນເຂດນັ້ນກັບຄືນກົມກອງເພື່ອເຮັດໃຫ້ສະຖານະການຄວາມເຄັ່ງຕຶງກ້າວເຂົ້າສູ່ຄວາມເປັນປົກກະຕິເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນທັງສອງປະເທດ ແລະ ຈະບໍ່ໃຫ້ເກີດເຫດການທີ່ບໍ່ເພິ່ງປາຖະໜາ.

- ສອງຝ່າຍເຫັນດີເປັນເອກະພາບມອບໃຫ້ກະຊວງການຕ່າງປະເທດກໍຄືຄະນະກຳມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກຳປູເຈຍ-ລາວ ສືບຕໍ່ພົບປະປຶກສາຫາລື ແລະ ເຈລະຈາແກ້ໄຂຈຸດຊາຍແດນທີ່ຍັງຄົງຄ້າງ ແລະ ໃຫ້ປັກຫຼັກໝາຍຮ່ວມກັນໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້, ໂດຍອີງໃສ່ຜົນສຳເລັດທີ່ຜ່ານມາ ແລະ ອີງຕາມເອກະສານ ແລະ ຫຼັກຖານທີ່ກ່ຽວຂ້ອງທີ່ສອງຝ່າຍໄດ້ຮັບຮອງເອົາຮ່ວມກັນແລ້ວ, ລວມທັງສັນຍາ ແລະ ແຜນທີ່ຂອງສອງປະເທດທີ່ມີໃນປະຈຸບັນເປັນພື້ນຖານໃນການປຶກສາຫາລືໃນຂັ້ນຕໍ່ໄປ.

- ສອງຝ່າຍໄດ້ຕົກລົງເຫັນດີຈະສືບຕໍ່ສ້າງເງື່ອນໄຂໃຫ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນຢ່າງເປັນປົກກະຕິເພື່ອຮ່ວມກັນແກ້ໄຂບັນຫາລະຫວ່າງສອງປະເທດ.

No comments

Powered by Blogger.