ທ່ານນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ



ໃນວັນທີ 19 ສິງຫາ 2017 ທີ່ຜ່ານມາ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຈໍາປາສັກ ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງແຂວງ.

ກ່ອນອື່ນ, ທ່ານ ບຸນຖອງ ດີວີໄຊ ເຈົ້າແຂວງໆຈໍາປາສັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຂອງທ່ານນາຍົກລັດຖະມົນຕີ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກ ແລະ ຊີ້ນຳວຽກງານ ຢູ່ແຂວງດັ່ງກ່າວ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ພັກ, ລັດຖະບານ ທັງເປັນການປຸກລະດົມ, ໃຫ້ກໍາລັງໃຈໃຫ້ແກ່ຄະນະພັກ, ອໍານາດການປົກຄອງ, ພະນັກງານ- ລັດຖະກອນ ແລະ ທຸກພາກສ່ວນໃນສັງຄົມພາຍໃນແຂວງ ໃຫ້ສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ແລະ ເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ, ລັດຖະບານ ໄດ້ມອບໝາຍໃຫ້ ປະສົບຜົນສໍາເລັດ.


ໃນໂອກາດນີ້ ທ່ານເຈົ້າແຂວງ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງຢ່າງຮອບດ້ານໃຫ້ແກ່ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຊາບ ໂດຍລວມທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຕັ້ງໜ້າປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ຢ່າງຕັ້ງໜ້າ ອັນທີ່ເກີດໃໝ່ ແລະ ເປັນໜ້າຕາຂອງແຂວງ ແມ່ນການຮັກສາຄວາມສະອາດ, ສວຍງາມ ຂອງເມືອງປາກເຊ ທີ່ມີນັກລົງທຶນຕ່າງປະເທດເຂົ້າມາສໍາປະທານ, ດ້ານເສດຖະກິດ ກໍ່ສືບຕໍ່ຂະຫຍາຍຕົວ ດ້ວຍຈັງຫວະຕໍ່ເນື່ອງ ແລະ ໝັ້ນທ່ຽງ; ການຜະລິດພືດຜັກເປັນສິນຄ້າ ມູນຄ່າການສົ່ງອອກ 146 ກວ່າລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 15%, ທຽບໃສ່ແຜນການປີ ປະຕິບັດໄດ້ 70%; ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດ ກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໂດຍໄດ້ແຕ່ງຕັ້ງໃຫ້ທ່ານ ຮອງເຈົ້າແຂວງເປັນຫົວໜ້າຄະນະດັ່ງກ່າວ ເພື່ອສົມທົບເຮັດວຽກຮ່ວມກັບ ຄະນະສະເພາະກິດ ທີ່ມາຈາກສູນກາງ; ສໍາລັບຜົນກະທົບຈາກໄພພິບັດທາງທໍາມະຊາດ ໄລຍະແຕ່ວັນທີ 24-29 ກໍລະກົດ 2017 ໄດ້ມີພາຍຸຊົງກາ ພັດຜ່ານ ແລະ ມີຝົນຕົກແຮງ ສົ່ງຜົນກະທົບຕໍ່ເນື້ອທີ່ທໍາການຜະລິດ, ພື້ນຖານໂຄງລ່າງ, ໂຮງຮຽນ, ວັດ ແລະ ເຮືອນຂອງປະຊາຊົນ ໄດ້ຮັບການເສຍຫາຍ ເປັນຈໍານວນຫຼວງຫຼາຍ ສໍາລັບການແກ້ໄຂສຸກເສີນເບື້ອງຕົ້ນ ແຂວງໄດ້ແຕ່ງຕັ້ງຄະນະກໍາມະການ ຕ້ານໄພພິບັດຂັ້ນແຂວງ ລະດົມທຶນຮອນນໍາສັງຄົມ ເພື່ອຊ່ວຍແບ່ງເບົາ ບັນເທົາທຸກ ຜູ້ທີ່ໄດ້ຮັບຜົນກະທົບດັ່ງກ່າວ.


ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ແລະ ຜົນ ງານທີ່ອຳນາດການປົກຄອງ ແລະ ປະຊາຊົນພາຍໃນແຂວງ ສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ ພ້ອມດຽວກັນນັ້ນ ທ່ານນາຍົກລັດຖະມົນຕີ ກໍ່ຍັງໄດ້ແຈ້ງສະພາບການສາກົນ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຊາບວ່າ: ປະຈຸບັນສະພາບການຂອງໂລກ ຍັງໄດ້ມີການຜັນແປ ໄປຢ່າງສັບສົນ ຍາກທີ່ຈະຄາດຄະເນໄດ້ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຊີ້ນໍາບັນຫາ ແລະ ສະເໜີການນໍາ, ພະນັກງານຫຼັກແຫຼ່ງຂອງແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: ໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ຢ່າງຈິງຈັງ ໂດຍສະເພາະ ແມ່ນບັນຫາຢາເສບຕິດ, ການພະນັນ, ບັນຫາການງົມງວາຍ...; ເອົາໃຈໃສ່ການຄຸ້ມຄອງນໍາໃຊ້ ຊັບພະຍາກອນໃຫ້ມີປະສິດທິພາບ, ປະສິດທິຜົນສູງ ເພື່ອເປັນທ່າແຮງໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ; ສືບຕໍ່ຊຸກຍູ້ຊ່ວຍເຫຼືອປະຊາຊົນ ເພື່ອຍົກລະດັບແກ້ໄຂຊີວິດການເປັນຢູ່ ຂອງເຂົາເຈົ້າໃຫ້ນັບມື້ນັບດີຂຶ້ນ ບໍ່ວ່າເວລາໃດ ພັກເຮົາກໍ່ຖືປະຊາຊົນເປັນກົກ; ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ; ການນໍາຂັ້ນຕ່າງໆ, ສະມາຊິກພັກ, ພະນັກງານຕ້ອງເປັນເຈົ້າການ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ ແລະ ປະຊາຊົນ; ເອົາ ໃຈໃສ່ແກ້ໄຂວຽກງານ ນະໂຍບາຍ ແລະ ສະຫວັດດີການສັງຄົມ, ສາທາລະນະສຸກ ເພື່ອສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ ພະນັກງານປະຕິວັດ, ອາວຸໂສບໍານານ ແລະ ທຸກພາກສ່ວນໃນສັງຄົມ.

No comments

Powered by Blogger.