ເກົາຫຼີໃຕ້ເຕືອນເກົາຫຼີເໜືອ ຢ່າໃຊ້ເລື່ອງການຊ້ອມຮົບກັບ ສ.ອາເມຣິກາ ເປັນຂໍ້ອ້າງທົດລອງຂີປະນາວຸດ - ອິດສະຫຼະ

ເກົາຫຼີໃຕ້ເຕືອນເກົາຫຼີເໜືອ ຢ່າໃຊ້ເລື່ອງການຊ້ອມຮົບກັບ ສ.ອາເມຣິກາ ເປັນຂໍ້ອ້າງທົດລອງຂີປະນາວຸດ



ສຳນັກຂ່າວຕ່າງປະເທດລາຍງານ 21 ສິງຫາ 2017 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກ່າວລະຫວ່າງການປະຊຸມຄະນະລັດຖະມົນຕີເກົາຫຼີໃຕ້ວ່າ ປະຕິບັດການເຝິກຊ້ອມຮົບປະຈຳປີຮ່ວມກັບກອງທັບສະຫະລັດາອາເມຣິກາໃນຊື່ Ulchi Freedom Guardian ເປັນການພັດທະນາຄວາມສາມາດດ້ານການປ້ອງກັນປະເທດເທົ່ານັ້ນ ໂດຍບໍ່ໄດ້ມີຈຸດປະສົງອື່ນໃດແອບແຝງ ແລະ ເຕືອນວ່າ ເກົາຫຼີເໜືອບໍ່ຄວນໃຊ້ເລື່ອງການຊ້ອມຮົບຂອງເກົາຫຼີໃຕ້ທີ່ເກີດຂຶ້ນເປັນປະຈຳທຸກປີຢູ່ແລ້ວນັບຕັ້ງແຕ່ປີ 1976 ມາເປັນຂໍ້ອ້າງໃນການສ້າງບັນຍາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ແລະ ເຮັດໃຫ້ສະຖານະການກັບເຂົ້າສູ່ວົງຈອນອຸບາດ ທີ່ໝາຍເຖິງການທົດລອງຍິງຂີປະນາວຸດ ແລະ ການສາດສົງຄາມນ້ຳລາຍໃສ່ກັນ.

ເຊິ່ງການຊ້ອມຮົບພາຍໃຕ້ລະຫັດ Ulchi Freedom Guardian ຫຼື ເອີ້ນສັ້ນໆວ່າ UFG ເປັນການຊ້ອມຮົບພາຍໃຕ້ສະຖານະການຈຳລອງດ້ວຍລະບົບຄອມພິວເຕີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 21-31 ສິງຫາ 2017 ນີ້, ໂດຍສະຫະລັດອາເມຣິກາໄດ້ສົ່ງທະຫານ 17,500 ຄົນເຂົ້າຮ່ວມການເຝິກຊ້ອມກັບທະຫານເກົາຫຼີໃຕ້ 50,000 ຄົນ, ແຕ່ທະຫານອາເມຣິກາທີ່ເຂົ້າຮ່ວມການເຝິກຊ້ອມໃນຄັ້ງນີ້ແມ່ນມີຈຳນວນໜ້ອຍກວ່າປີທີ່ຜ່ານມາ ແລະ ສື່ຂອງເກົາຫຼີໃຕ້ລາຍງານອີກວ່າ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາກຳລັງພິຈາລະນາຍົກເລີກແຜນການສົ່ງເຮືອບັນທຸກຍົນຮົບຂະໜາດໃຫຍ່ 2 ລຳເຂົ້າຮ່ວມການເຝິກຊ້ອມໃນປີນີ້.

ເຖິງຢ່າງໃດກໍ່ຕາມ ພົນເອກ. ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ກ່າວວ່າການຫຼຸດຈຳນວນທະຫານ ແລະ ອາວຸດຍຸດໂທປະກອນໃນການເຝິກຊ້ອມປີນີ້ ບໍ່ແມ່ນທ່າທີ່ຂອງສະຫະລັດອາເມຣິາ ທີ່ພະຍາຍາມຫຼຸດຜ່ອນບັນຫາກາດຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ແຕ່ເປັນໄປຕາມການວາງແຜນໄວ້ແລ້ວລ່ວງໜ້າ ເພື່ອໃຫ້ການເຝິກຊ້ອມຮົບບັນລຸເປົ້າໝາຍຢ່າງມີປະສິດທິພາບ.

ສ່ວນໃນດ້ານຂອງສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອໄດ້ເຜີຍແຜ່ປ້າຍໂຄສະນາຕໍ່ຕ້ານສະຫະລັດອາເມຣິກາ ແລະ ສະແດງຄວາມບໍ່ພໍໃຈຕໍ່ມະຕິຂວໍ້າບາດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ແລະ ເຕືອນວ່າການຊ້ອມຮົບຮ່ວມລະຫວ່າງເກົາຫຼີໃຕ້ກັບສະຫະລັດອາເມຣິກາ ປຽບດັ່ງການສາດນ້ຳມັນເຂົ້າກອງໄຟ.


No comments

Powered by Blogger.