ເຮືອຮົບ ສ.ອາເມຣິກາ ຕຳກັບເຮືອບັນທຸກນ້ຳມັນ ຢູ່ຊ່ອງແຄບມະລະກາ ສິງກະໂປ - ອິດສະຫຼະ

ເຮືອຮົບ ສ.ອາເມຣິກາ ຕຳກັບເຮືອບັນທຸກນ້ຳມັນ ຢູ່ຊ່ອງແຄບມະລະກາ ສິງກະໂປ



ສຳນັກຂ່າວຕ່າງປະເທດລາຍງານ 21 ສິງຫາ 2017 ວ່າ: ກອງເຮືອທີ 7 ຂອງສະຫະລັດອາເມຣິກາ ເຊິ່ງມີຖານປະຕິບັດການຢູ່ທີ່ເມືອງໂຢໂກຊຸກະ ພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ ອອກຖະແຫຼງການວ່າເຮືອຮົບ USS John S McCain ເຊິ່ງເປັນເຮືອຮົບຕິດຕັ້ງລະບົບຂີປະນາວຸດນຳວິຖີ ໄດ້ຕຳກັບເຮືອບັນທຸກນ້ຳມັນ Alnic MC ທີ່ຕິດທຸງຊາດລີເບເຣຍ (Liberia) ບໍລິເວນຊ່ອງແຄບມະລະກາ ນອກຊາຍຝັ່ງທາງຕາເວັນອອກຂອງສິງກະໂປ ເມື່ອເວລາ 05:24 ໂມງ ຕາມເວລາທ້ອງຖິ່ນ ໂດຍເຮືອຮົບ USS John S McCain ກຳລັງກຽມເຂົ້າທຽບທ່າຢູ່ສິງກະໂປຕາມກຳນົດການ.

ລາຍງານເບື້ອງຕົ້ນລະບຸວ່າເຮືອຮົບ USS John S McCain ໄດ້ຮັບຄວາມເສຍຫາຍບໍລິເວນທ້າຍເຮືອເບື້ອງຊ້າຍ ສ່ວນເຮືອ Alnic MC ບໍ່ໄດ້ບັນທຸກສິນຄ້າເຕັມກຳລັງ ຂະນະທີ່ປະຕິບັດການຊ່ວຍເຫຼືອກຳລັງດຳເນີນຢູ່ເພື່ອຄົ້ນຫາລູກເຮືອ 10 ຄົນທີ່ສູນຫາຍ ແລະ ໃຫ້ການຊ່ວຍເຫຼືອລູກເຮືອລູກອີກ 5 ຄົນທີ່ໄດ້ຮັບບາດເຈັບ.


No comments

Powered by Blogger.