ຜູ້ນຳຫວຽດນາມຮຽກຮ້ອງໃຫ້ຫາແນວທາງແກ້ໄຂບັນຫາສັງຄົມອອນລາຍ ເພາະພັກ-ລັດຖືກວິຈານຮຸນແຮງຂຶ້ນ - ອິດສະຫຼະ

ຜູ້ນຳຫວຽດນາມຮຽກຮ້ອງໃຫ້ຫາແນວທາງແກ້ໄຂບັນຫາສັງຄົມອອນລາຍ ເພາະພັກ-ລັດຖືກວິຈານຮຸນແຮງຂຶ້ນ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ສິງຫາ 2017 ທີ່ຜ່ານມາວ່າ: ລັດຖະບານຫວຽດນາມໄດ້ມີການກວາດລ້າງກຸ່ມນັກເຄື່ອນໄຫວຫຼາຍຂຶ້ນໃນປີນີ້ ເຖິງແມ່ນວ່າຈະມີການຈັບກຸມ ແລະ ລົງໂທດຂັງຄຸກນັກເຄື່ອນໄຫວຊື່ດັ່ງຫຼາຍຄົນ ແຕ່ກໍ່ບໍ່ສາມາດຂັດຂວາງການວິພາກວິຈານພັກ-ລັດຖະບານຫວຽດນາມຜ່ານສື່ອອນລາຍໄດ້.

ທ່ານ ເຈິນ ໄດ ກວາງ ປະທານປະເທດຫວຽດນາມໄດ້ຮຽກຮ້ອງຜ່ານບົດຄວາມ ທີ່ຕີພິມລົງໃນເວັບໄຊທ໌ຂອງລັດຖະບານວ່າ ກອງກຳລັງສັດຕູໄດ້ໃຊ້ອິນເຕີເນັດ ເພື່ອປຸກລະດົມທຳລາຍຊື່ສຽງ ແລະ ກຽດສັກສີຂອງບັນດາຜູ້ນຳພັກ-ລັດ ເຊິ່ງໄດ້ສົ່ງຜົນກະທົບໃນທາງລົບຕໍ່ສະມາຊິກພັກ ແລະ ປະຊາຊົນ ແລະ ຫວຽດນາມຈຳເປັນຕ້ອງໃສ່ໃຈບັນຫາດັ່ງກ່າວຢ່າງຈິງຈັງ ເພື່ອກັບມາຄຸ້ມຄອງຂໍ້ມູນອອນລາຍ ໂດຍສະເພາະສື່ສັງຄົມອອນລາຍ ແລະ ຈຳເປັນຕ້ອງໄດ້ມີແນວທາງໃນການແກ້ໄຂທີ່ມີປະສິດທິພາບ ເພື່ອປ້ອງກັນເນື້ອໃນທີ່ບໍ່ດີ ແລະ ອັນຕະລາຍໃນເວັບໄຊທ໌ຂໍ້ມູນຂ່າວສານຕ່າງໆ.


No comments

Powered by Blogger.