ຍີ່ປຸ່ນ ເລີ່ມຕິດຕັ້ງລະບົບປ້ອງກັນໄພທາງອາກາດ ເພື່ອຮັບມືເຫດບໍ່ຄາດຄິດຈາກເກົາຫຼີເໜືອ - ອິດສະຫຼະ

ຍີ່ປຸ່ນ ເລີ່ມຕິດຕັ້ງລະບົບປ້ອງກັນໄພທາງອາກາດ ເພື່ອຮັບມືເຫດບໍ່ຄາດຄິດຈາກເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 12 ສິງຫາ 2017 ໂດຍອ້າງຈາກລາຍງານຂອງສະຖານີໂທລະພາບ NHK ວ່າ ກອງກຳລັງປ້ອງກັນຕົນເອງ (SDF) ໄດ້ເລີ່ມນຳລະບົບປ້ອງກັນທາງອາກາດ Patriot PAC-3 ໄປຕິດຕັ້ງໃນແຂວງຊິມາເນະ, ແຂວງຮິໂຣຊິມາ ແລະ ແຂວງໂຄຈິ ນອກເໜືອຈາກນະຄອນຫຼວງໂຕກຽວ ເນື່ອງຈາກທັງ 3 ແຂວງນັ້ນຕັ້ງຢູ່ທິດຕາເວັນຕົກສຽງໃຕ້ຂອງປະເທດທີ່ຢູ່ໃນລັດສະໜີຂອງການຍິງຂີປະນາວຸດພິໄສກາງ Hwasong-12 ທີ່ເກົາຫຼີເໜືອປະກາດວ່າຈະໃຊ້ຍິງໂຈມຕີເກາະກວມຂອງສະຫະລັດອາເມຣິກາ.


No comments

Powered by Blogger.