ການເຈລະຈາຈົບລົງດ້ວຍດີ ລາວ-ກຳປູເຈຍ ຕ່າງຝ່າຍຕ່າງຖອຍ ໃນບັນຫາຄວາມຂັດແຍ່ງຊາຍແດນ - ອິດສະຫຼະ

ການເຈລະຈາຈົບລົງດ້ວຍດີ ລາວ-ກຳປູເຈຍ ຕ່າງຝ່າຍຕ່າງຖອຍ ໃນບັນຫາຄວາມຂັດແຍ່ງຊາຍແດນ



ສຳນັກຂ່າວຕ່າງປະເທດລາຍງານ 12 ສິງຫາ 2017 ວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງພາຍຫຼັງສຳເລັດການປຶກສາຫາລືຮ່ວມກັບສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍວ່າ ໄດ້ມີການສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງຖອນທະຫານອອກຈາກເຂດຄວາມຂັດແຍ່ງກັບກຳປູເຈຍພາຍໃນຕອນເຊົ້າຂອງວັນອາທິດທີ 13 ສິງຫາ 2017 ນີ້ ແລະ ໄດ້ກ່າວຂໍໂທດຕໍ່ສົມເດັດ ຮຸນ ເຊນ ທີ່ລັດຖະບານລາວບໍ່ໄດ້ຕອບສະໜອງກຳປູເຈຍຕໍ່ກໍລະນີທີ່ລັດກຳປູເຈຍສົ່ງໜັງສືມາເຖິງແຕ່ວັນທີ 2 ສິງຫາ 2017 ທີ່ຜ່ານມາ ເພື່ອຂໍໃຫ້ລາວຖອນທະຫານອອກຈາກແຂວງສະຕຶງແຕຼງ ທີ່ຢູ່ພາກຕາເວັນອອກສຽງເໜືອຂອງກຳປູເຈຍ ທີ່ຕິດກັບແຂວງອັດຕະປືຂອງລາວ.

ຂະນະດຽວກັນສົມເດັດ ຮຸນ ເຊນ ກໍ່ໄດ້ສັ່ງການໃຫ້ທະຫານກຳປູເຈຍເຊິ່ງຖືກສົ່ງໄປເພີ່ມເຕີມ ຖອນກຳລັງອອກຈາກເຂດດັ່ງກ່າວເຊັ່ນກັນ ເພື່ອເປັນໄປຕາມຂໍ້ຕົກລົງກັບລັດຖະບານລາວ ແລະ ກ່ອນໜ້ານີ້ກໍ່ໄດ້ສັ່ງໃຫ້ຢຸດຕິໂຄງການພັດທະນາເສັ້ນທາງໃນເຂດຊາຍແດນຂອງແຂວງສະຕຶງແຕຼງແລ້ວ ເພື່ອສົ່ງສັນຍານປະນີປະນອມ ແລະ ເປີດໂອກາດໃຫ້ທະຫານລາວກັບອອກໄປພາຍໃນວັນທີ 17 ສິງຫາ 2017 ນີ້.

ຂະນະດຽວກັນ ຜູ້ນຳທັງສອງປະເທດສະແດງຄວາມເພິ່ງພໍໃຈຢ່າງຍິງ ທີ່ການເຈລະຈາປະສົບຄວາມສຳເລັດຢ່າງດີງາມ ສາມາດປ້ອງກັນບໍ່ໃຫ້ສະຖານະການບານປາຍເປັນການປະທະທາງທະຫານດັງທີ່ຫຼາຍຝ່າຍເປັນຫ່ວງ, ເຊິ່ງກ່ອນໜ້ານີ້ສົມເດັດ ຮຸນ ເຊນ ສະແດງທ່າທີບໍ່ພໍໃຈຢ່າງຍິງ ແລະ ໄດ້ສະແດງອອກຢ່າງຊັດເຈນເມື່ອວັນສຸກທີ່ຜ່ານມາວ່າ ໂດຍປະກາດວ່າຈະຕອບໂຕ້ທາງການທະຫານ ຫາກທະຫານລາວກຸ່ມດັ່ງກ່າວບໍ່ຍອມຖອນກຳລັງອອກໄປ ພາຍໃນໄລຍະເວລາທີ່ກຳນົດ ນອກຈາກນີ້ຜູ້ນຳກຳປູເຈຍຍັງກ່າວວ່າ ໃຫ້ລາວໄປຟ້ອງສານຍຸດຕິທຳລະຫວ່າງປະເທດ (ICJ) ຫຼື  ສານໂລກ ຫາກເຊື່ອວ່າດິນແດນດັ່ງກ່າວເປັນຂອງລາວແທ້.

No comments

Powered by Blogger.