ກຳປູເຈຍ "ຍອມຢຸດຕິ" ການສ້າງທາງຕາມຊາຍແດນທີ່ຂັດແຍ່ງກັບລາວ ແລະ ທ້າທາຍໃຫ້ລາວຟ້ອງສານໂລກ - ອິດສະຫຼະ

ກຳປູເຈຍ "ຍອມຢຸດຕິ" ການສ້າງທາງຕາມຊາຍແດນທີ່ຂັດແຍ່ງກັບລາວ ແລະ ທ້າທາຍໃຫ້ລາວຟ້ອງສານໂລກ



ສຳນັກຂ່າວຕ່າງປະເທດລາຍງານ 12 ສິງຫາ 2017 ວ່າ: ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ມີຄຳສັ່ງເມື່ອວັນສຸກທີ່ຜ່ານມາ ໃຫ້ຢຸດຕິໂຄງການພັດທະນາເສັ້ນທາງໃນແຂວງສະຕຶງແຕຼງທີ່ຢູ່ພາກຕາເວັນອອກສຽງເໜືອຂອງປະເທດ ທີ່ມີຊາຍແດນຕິດກັບພາກໃຕ້ຂອງລາວ ແລະ ເປັນເຂດຄວາມຂັດແຍ່ງລະຫວ່າງສອງປະເທດມາດົນນານແລ້ວ ໂດຍທາງການລາວໄດ້ຮຽກເຂດດັ່ງກ່າວນີ້ວ່າ ຊຽງແຕງ ຖືເປັນການສົ່ງສັນຍານການປະນີປະນອມກັນກ່ອນ ເພື່ອເປີດໂອກາດໃຫ້ທະຫານຂອງລາວປະມານ 30 ຄົນ ທີ່ຜູ້ນຳກຳປູເຈຍກ່າວຫາວ່າລ່ວງລໍ້າດິນແດນດັ່ງກ່າວຕັ້ງແຕ່ເດືອນ ເມສາ 2017 ທີ່ຜ່ານມາ ໃຫ້ຖອນກຳລັງກັບອອກໄປພາຍໃນວັນທີ 17 ສິງຫາ 2017 ນີ້.

ຂະນະດຽວກັນ ສົມເດັດ ຮຸນ ເຊນ ໄດ້ເດີນທາງຢ້ຽມຢາມປະເທດລາວໃນວັນເສົານີ້ ເພື່ອປຶກສາຫາລືກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ຂໍໃຫ້ປະຊາຊົນໃນເຂດດັ່ງກ່າວຢ່າໄດ້ຕື່ນຕົກໃຈ ຫາກພົບເຫັນທະຫານຂອງກຳປູເຈຍເພີ່ມຫຼາຍຂຶ້ນໃນທ້ອງຖິ່ນຂອງແຂວງສະຕຶງແຕຼງ ແລະ ກ່າວໃນລັກສະນະທ້າທາຍລາວວ່າ ໃຫ້ໄປຮ້ອງຟ້ອງກັບສານຍຸດຕິທຳລະຫວ່າງປະເທດ (ICJ) ຫຼື ສານໂລກ ຢູ່ນະຄອນຫຼວງເຮັກ ຫາກເຊື່ອວ່າດິນແດນທີ່ສົ່ງທະຫານເຂົ້າມານັ້ນເປັນຂອງລາວແທ້, ໂດຍສົມເດັດ ຮຸນ ເຊນ ຢືນຢັນວ່າລັດຖະບານກຳປະເຈຍພ້ອມຕໍ່ສູ່ເລື່ອງນີ້ໃນສານໂລກ ເພື່ອຫຼີກລ້ຽງການປະທະທາງການທະຫານກັບປະເທດເພື່ອນບ້ານ ເຊິ່ງເປັນສິ່ງທີ່ກຳປູເຈຍບໍ່ຕ້ອງການ ເຖິງແມ່ນວ່າກ່ອນໜ້ານັ້ນເຄີຍໄດ້ເຕືອນລາວວ່າຫາກບໍ່ຖອນທະຫານອອກໄປພາຍໃນໄລຍະເວລາທີ່ກຳນົດ ທະຫານລາວກຸ່ມນັ້ນອາດຕ້ອງພົບກັບມາດຕະການທາງການທະຫານຈາກກຳປູເຈຍ.


ໃນດ້ານຂອງນັກວິເຄາະທາງການເມືອງກ່າວວ່າ ທ່າທີຂອງສົມເດັດ ຮຸນ ເຊນ "ເປັນເລື່ອງປົກກະຕິ" ສຳລັບຜູ້ນຳປະເທດສ່ວນໃຫຍ່ ແລະ ເຊື່ອວ່າຜູ້ນຳກຳປູເຈຍຮູ້ດີວ່າການປະທະທາງທະຫານກັບລາວບໍ່ເປັນຜົນດີກັບທັງສອງຝ່າຍ ສ່ວນລາຍງານບາງກະແສວິເຄາະວ່າ ທ່າທີຕອບໂຕ້ທີ່ຮຸນແຮງຂອງສົມເດັດ ຮຸນ ເຊນ ທີ່ມີຕໍ່ລາວໃນເລື່ອງນີ້ນັ້ນ ໜ້າຈະເປັນພຽງການໂຄສະນາຊວນເຊື່ອສຳລັບການເລືອກຕັ້ງທົ່ວໄປຂອງກຳປູເຈຍ ທີ່ຈະມີຂຶ້ນໃນເດືອນ ກໍລະກົດ ປີໜ້າ ເນື່ອງຈາກພັກຝ່າຍຄ້ານມີຄະແນນນິຍົມຕີຕື້ນຂຶ້ນມາຫຼາຍ ສົມເດັດ ຮຸນ ເຊນ ຈຶ່ງພະຍາຍາມກຳນົດບົດບາດຕົວເອງໃນຖານະ ຜູ້ນຳທີ່ພ້ອມຈະປົກປ້ອງປະເທດຈາກການຮຸກຮານ.


ນອກເໜືອຈາກກໍລະນີຄວາມຂັດແຍ່ງຊາຍແດນລະຫວ່າງລາວແລ້ວ ລັດຖະບານກຳປູເຈຍຍັງມີບັນຫາໃນລັກສະນະດຽວກັນນີ້ກັບໄທ ແລະ ຫວຽດນາມດ້ວຍເຊັ່ນກັນ, ໂດຍເຖິງຂັ້ນມີການປະທະກັນຕາມແນວຊາຍແດນກັບໄທມາແລ້ວເມື່ອປີ 2011 ຈາກກໍລະນີປະສາດເຂົາພະວິຫານ ສ່ວນບັນຫາກັບຫວຽດນາມນັ້ນມີການເຈລະຈາກັນຄັ້ງຫຼ້າສຸດທີ່ນະຄອນຫຼວງພະນົມເປັນ ແຕ່ຍັງບໍ່ມີຄວາມຄືບໜ້າຢ່າງສ້າງສັນ.

No comments

Powered by Blogger.