ຍົນຮົບຕະກູນ MIG ແບບໃໝ່ຂອງລັດເຊຍ ຈະສາມາດບິນອອກນອກອະວະກາດໄດ້ - ອິດສະຫຼະ

ຍົນຮົບຕະກູນ MIG ແບບໃໝ່ຂອງລັດເຊຍ ຈະສາມາດບິນອອກນອກອະວະກາດໄດ້



ສຳນັກຂ່າວຕ່າງປະເທດລາຍງານ 24 ສິງຫາ 2017 ວ່າ: ຜູ້ບໍລິຫານໂຄງການພັດທະນາຍົນຮົບຕະກູນ MIG ໃຫ້ສຳພາດກັບສື່ວ່າ ຍົນສອດແນມທີກ້າວໜ້າ ແລະ ທັນສະໄໝຂອງລັດເຊຍ ໄດ້ຮັບການພັດທະນາມາຫຼາຍປີແລ້ວ ເຊິ່ງຈະສາມາດບິນອອກໄປເຖິງນອກອະວະກາດ ແລະ ເປັນໄປໄດ້ວ່າອາດເປັນຍົນທີ່ບໍ່ຕ້ອງໃຊ້ນັກບິນ.

ໂຄງການດັ່ງກ່າວໄດ້ມີການວິໄຈ ແລະ ພັດທະນາລະບົບມຸມມອງທາງໄກທີ່ຊັບຊ້ອນຂອງຍົນ ໂດຍບໍລິສັດ MIG ມາຕັ້ງແຕ່ປີ 2013 ແລະ ໄດ້ຮັບການຕັ້ງຊື່ຈາກສື່ມວນຊົນຢ່າງເປັນບໍ່ທາງການວ່າ MIG-41 ເພື່ອທົດແທນ MIG-31 ແລະ ລຸ້ນອື່ນໆທີ່ໃຊ້ມາຢ່າງຍາວນານ.

ເຊິ່ງປັດຈຸບັນນີ້ຢູ່ໃນລະຫວ່າງການພັດທະນາ ແລະ ຄາດວ່າຈະສາມາດຜະລິດໄດ້ໃນກາງປີ 2020.


No comments

Powered by Blogger.