ລັດຖະບານ ເປີດກອງປະຊຸມ ສະໄໝສາມັນ ປະຈໍາເດືອນສິງຫາ 2017 - ອິດສະຫຼະ

ລັດຖະບານ ເປີດກອງປະຊຸມ ສະໄໝສາມັນ ປະຈໍາເດືອນສິງຫາ 2017



ໂດຍປະຕິບັດຕາມ ແຜນການເຄື່ອນໄຫວວຽກງານຂອງລັດຖະບານ, ໃນຕອນເຊົ້າຂອງວັນທີ 24 ສິງຫາ ທີ່ສໍານັກງານນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນສິງຫາ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາ ຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.


ສໍາລັບບັນດາເອກະສານສໍາຄັນ ທີ່ນໍາມາຄົ້ນຄວ້າ ແລະ ປຶກສາຫາລື ໃນກອງປະຊຸມ ໃນຄັ້ງນີ້ ມີ:
1. ບົດລາຍງານກ່ຽວກັບສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ; ວຽກງານປ້ອງກັນຊາດ; ວຽກງານປ້ອງກັນຄວາມສະຫງົບ, ລາຍງານກ່ຽວກັບຜົນເສຍຫາຍຈາກໄພນໍ້າຖ້ວມ ຂອງບັນດາແຂວງໃນທົ່ວປະເທດ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ.
2. ການນຳໃຊ້ສູນ ດາຕ້າ ເຊັນເຕີ້ ເຂົ້າໃນການຫັນເປັນທັນສະໄໝ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ;
3. ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງລັດຖະກອນ ປະຈຳປີ 2017 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2018;
4. ຮ່າງວິໄສທັດຮອດປີ 2030, ຍຸດທະສາດພັດທະນາ 2025 ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ VIII (2016-2020);
5. ຮ່າງດໍາລັດວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ;
6. ຮ່າງດຳລັດ ວ່າດ້ວຍເງິນເບ້ຍລ້ຽງສຳລັບນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ;
7. ຮ່າງດຳລັດ ວ່າດ້ວຍວັນພັກ;
ກອງປະຊຸມລັດຖະບານຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນ, ແຕ່ວັນທີ 24-25 ສິງຫາ 2017.

No comments

Powered by Blogger.