ກຳປູເຈຍກ່າວວ່າ ສ.ອາເມຣິກາແຊກແຊງການເມືອງພາຍໃນ ໂດຍຕ່າງຝ່າຍຕ່າງຕອບໂຕ້ກັນຢ່າງດຸເດືອດ - ອິດສະຫຼະ

ກຳປູເຈຍກ່າວວ່າ ສ.ອາເມຣິກາແຊກແຊງການເມືອງພາຍໃນ ໂດຍຕ່າງຝ່າຍຕ່າງຕອບໂຕ້ກັນຢ່າງດຸເດືອດ



ສຳນັກຂ່າວຕ່າງປະເທດລາຍງານ 24 ສິງຫາ 2017 ວ່າ: ກະຊວງການຕ່າງປະເທດກຳປູເຈຍ ອອກຖະແຫຼງການໃນມື້ນີ້ ໂດຍມີເນື້ອໃນສຳຄັນວ່າ ປະຊາຊົນກຳປູເຈຍມີຄວາມຮັບຮູ້ ແລະ ເຂົ້າໃຈເປັນຢ່າງດີກ່ຽວກັບຄວາມໝາຍຂອງຂະບວນການທາງປະຊາທິປະໄຕ ໂດຍບໍ່ຈຳເປັນຕ້ອງຂໍຮັບຄຳຊີ້ແຈງຈາກສະຫະລັດອາເມຣິກາ ເຊິ່ງເປັນປະເທດທີ່ມີລະບອບປະຊາທິປະໄຕທີ່ນອງເລືອດ ແລະ ປ່າເຖື່ອນ ເຊິ່ງການເຄື່ອນໄຫວທັງໝົດທີ່ເກີດຂຶ້ນນີ້ລ້ວນເປັນການດຳເນີນນະໂຍບາຍເພື່ອປົກປ້ອງອະທິປະໄຕຂອງປະເທດ.

ນອກຈາກນີ້ສື່ໃນປະເທດກຳປູເຈຍຍັງລາຍງານວ່າ ອາດຈະມີການໂຮມຊຸມນຸມປະທ້ວງຄັ້ງໃຫຍ່ທີ່ສະຖານທູດສະຫະລັດອາເມຣິກາ ປະຈຳນະຄອນຫຼວງພະນົມເປັນ ໃນອະນາຄົດອັນໃກ້ນີ້ ເພື່ອຕໍ່ຕ້ານຂະບວນການແຊກແຊງຂອງລັດຖະບານສະຫະລັດອາເມຣິກາ ເຊິ່ງກຳປູເຈຍມີທ່າທີຕໍ່ຕ້ານສະຫະລັດອາເມຣິກາຫຼາຍຂຶ້ນຢ່າງຕໍ່ເນື່ອງ ທ່າມກາງບັນຍາກາດຂອງການກຽມການເລືອກຕັ້ງທົ່ວໄປທີ່ຈະມີຂຶ້ນໃນເດືອນກໍລະກົດ ປີໜ້າ ໂດຍໄດ້ກ່າວຫາວ່າລັດຖະບານສະຫະລັດອາເມຣິກາໃຫ້ການສະໜັບສະໜູນພັກກູ້ຊາດກຳປູເຈຍ ເຊິ່ງເປັນພັກຝ່າຍຄ້ານ.

ຖະແຫຼງການສະບັບດັ່ງກ່າວຂອງລັດຖະບາກຳປູເຈຍເປັນການຕອບໂຕ້ຖະແຫຼງຂອງຂອງທ່ານ ນາງ ຮີດເທີ ເນົາເອີດ ໂຄສົກກະຊວງການຕ່າງປະເທດສະຫະລັດອາເມຣິກາ ທີ່ໄດ້ກ່າວເມື່ອວັນພຸດທີ່ຜ່ານມາວ່າ ລັດຖະບານສະຫະລັດອາເມຣິກາ ມີຄວາມເປັນຫ່ວງຢ່າງຍິງຕໍ່ບັນຍາກາດປະຊາທິປະໄຕທີ່ຕົກຕ່ຳ ເຊິ່ງໄດ້ເກີດຂຶ້ນໃນກຳປູເຈຍຕະຫຼອດໄລຍະ 2 ອາທິດທີ່ຜ່ານມາ ເນື່ອງຈາກລັດຖະບານທີ່ນຳໂດຍສົມເດັດ ຮຸນ ເຊັນ ເພີ່ມຄວາມເຂັ້ມງວດໃນການຄວບຄຸມສື່ມວນຊົນ ແລະ ອົງກອນອິດສະຫຼະທີ່ບໍ່ສະແຫວງຜົນກຳໄລ (NGO) ຫຼາຍຂຶ້ນຢ່າງຊັດເຈນ.

ໃນຂະນະດຽວກັນນັ້ນ ສົມເດັດ ຮຸນ ເຊນ  ໄດ້ຂີດເສັ້ນຕາຍໃຫ້ພະນັກງານຊາວຕ່າງປະເທດ ທັງໝົດຂອງສະຖາບັນປະຊາທິປະໄຕແຫ່ງຊາດ (NDI) ເຊິ່ງເປັນໜຶ່ງໃນ NGO ທີ່ໄດ້ຮັບເງິນສະໜັບສະໜູນຈາກຕ່າງປະເທດ ແລະ ມີສຳນັກງານຢູ່ໃນນະຄອນຫຼວງພະນົມເປັນ ຕ້ອງເດີນທາງອອກນອກປະເທດພາຍໃນ 7 ວັນ ນັບຕັ້ງແຕ່ວັນພຸດທີ່ຜ່ານມາເປັນຕົ້ນໄປ ເນື່ອງຈາກ NDI ເປັນອົງກອນທີ່ບໍ່ໄດ້ຂຶ້ນທະບຽນ ຫຼື ຈ່າຍພາສີຢ່າງຖືກຕ້ອງຕາມກົດໝາຍ.

ນອກຈາກນີ້ ຜູ້ນຳກຳປູເຈຍຍັງສັ່ງໃຫ້ໜັງສືພິມພາສາອັງກິດ The Cambodia Daily ຕ້ອງຊຳລະພາສີຄືນຫຼັງ 10 ປີ ເປັນຈຳນວນເງິນ 6.3 ລ້ານໂດລາສະຫະລັດ ພາຍໃນວັນທີ 4 ກັນຍາ 2017 ນີ້ ຖ້າບໍ່ດັ່ງນັ້ນອາດຕ້ອງຢຸດຕິການດຳເນີນກິດຈະການ ໂດຍ The Cambodia Daily ເປັນໜຶ່ງໃນໜັງສືພິມພາກພາສາອັງກິດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນກຳປູເຈຍ ກໍ່ຕັ້ງໂດຍກຸ່ມຜູ້ສື່ຂ່າວຊາວອາເມຣິກາ ປະຈຳນະຄອນຫຼວງພະນົມເປັນ ເມື່ອປີ 1993.

ໃນເວລາດຽວກັນມີລາຍງານອີກວ່າ ສະຖານນີວິທະຍຸ Radio Free Asia (RFA) ພາສາຂອມ ແລະ ສຳນັກຂ່າວ VOA ພາກພາສາຂອມ ເຊິ່ງເປັນໜ່ວຍງານອີກ 2 ແຫ່ງທີ່ໄດ້ຮັບເງິນທຶນສະໜັບສະໜູນຈາກສະຫະລັດອາເມຣິກາ ອາດເປັນເປົ້າໝາຍຕໍ່ໄປ ພາຍຫຼັງທີ່ໄດ້ສະເໜີຂ່າວວິພາກວິຈານລັດຖະບານ ທີ່ນຳໂດຍສົມເດັດ ຮຸນ ເຊນ ທີ່ໄດ້ເຄີຍກ່າວວ່າ ຈະເກີດສົງຄາມກາງເມືອງ ຫາກພັກປະຊາຊົນກຳປູເຈຍ ພາຍໃຕ້ການນຳຂອງທ່ານ ບໍ່ຊະນະການເລືອກຕັ້ງໃນປີໜ້າ.

No comments

Powered by Blogger.