ເຫດແຜ່ນດິນໄຫວຢ່າງຮຸນແຮງທີ່ເມັກຊິກ ເສຍຫາຍຢ່າງໜັກ - ອິດສະຫຼະ

ເຫດແຜ່ນດິນໄຫວຢ່າງຮຸນແຮງທີ່ເມັກຊິກ ເສຍຫາຍຢ່າງໜັກ



ສຳນັກຂ່າວຕ່າງປະເທດລາຍງານ 9 ກັນຍາ 2017 ວ່າ: ທ່ານ ເອັນຣິເກ້ ເປຢາ ເນຍໂຕ ປະທານປະເທດເມັກຊິກກ່າວເມື່ອວັນສຸກທີ່ຜ່ານມາວ່າ ໄດ້ລະດົມກຳລັງທະຫານ ແລະ ຕຳຫຼວດລົງພື້ນທີ່ໃນລັດໂອອາຊາກາ, ລັດເຊຍປັສ ແລະ ລັດຕາບັສໂກ ທີ່ຢູ່ພາກໃຕ້ຂອງປະເທດ ເພື່ອສະໜັບສະໜູນໜ່ວຍກູ້ໄພ ໃນການຄົ້ນຫາສູ້ສູນຫາຍ ແລະ ໃນການຊ່ວຍເຫຼືອປະຊາຊົນ ຈາກເຫດແຜ່ນດິນໄຫວຮຸນແຮງ 8.1 ເມື່ອຄືນວັນພະຫັດທີ່ຜ່ານມາຕາມເວລາທ້ອງຖິ່ນ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 60 ຄົນ ພົບຫຼາຍສຸດໃນລັດອາຊາກາ 45 ຄົນ ຮອງລົງມາຄື 12 ຄົນໃນລັດເຊຍປັສ ແລະ ອີກຢ່າງໜ້ອຍ 4 ຄົນໃນລັດຕາບັສໂກ ແລະ ຍັງມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫຼາຍ.





No comments

Powered by Blogger.