ເສິກມາຣາວີ ຕາຍກວ່າ 1,000 ຄົນແລ້ວ ກອງທັບຟິລິບປິນຂໍເວລາອີກ 1 ອາທິດ ຢຶດຄືນມາຣາວີ - ອິດສະຫຼະ

ເສິກມາຣາວີ ຕາຍກວ່າ 1,000 ຄົນແລ້ວ ກອງທັບຟິລິບປິນຂໍເວລາອີກ 1 ອາທິດ ຢຶດຄືນມາຣາວີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ຕຸລາ 2017 ທີ່ຜ່ານມາວ່າ: ພົນຕີ ເຣສຕິຕູໂຕ ປາດິນຢາ ໂຄສົກກອງທັບຟິລິບປິນເປີດເຜີຍເມື່ອວັນພຸດທີ່ຜ່ານມາວ່າ ໜ່ວຍຄວາມໝັ້ນຄົງທັງທະຫານ ແລະ ຕຳຫຼວດທີ່ປິດລ້ອມເມືອງມາຣາວີ ຢູ່ເກາະມິນດາເນົາ ພາກໃຕ້ຂອງປະເທດ ເພື່ອຢຶດເມືອງຄືນຈາກກຸ່ມກະບົດເມົາເຕ ປະເຊີນໜ້າກັບການລອບຍິງຢ່າງໜັກ ແລະ ຕໍ່ເນື່ອງຕິດຕໍ່ກັນຫຼາຍມື້ ກ່ອນຈະບຸກຢຶດອາຄານບາງແຫ່ງໃນເຂດໃຈກາງເມືອງທີ່ກະບົດເມົາເຕໃຊ້ເປັນຖານໄດ້ 2 ຫຼັງເມື່ອວັນອັງຄານທີ່ຜ່ານມາ ແລະ ພົບສົບນັກຮົບເມົາເຕາ 22 ສົບ ພ້ອມດ້ວຍປືນຖືກ 8 ກະບອກ ແລະ ລະເບີດອີກຫຼາຍສິບຊຸດ, ຈາກການສູ້ຮົບດັ່ງກ່າວເຮັດໃຫ້ມີທະຫານເສຍຊີວິດ 1 ຄົນ.

ພົນຕີ ປາດິນຢາ ກ່າວອີກວ່າ ຕຳຫຼວດໜ່ວຍພິສູດຫຼັກຖານກຳລັງພະຍາຍາມກວດຫາເອກະລັກສ່ວນບຸກຄົນຂອງນັກຮົບເມົາເຕທີ່ຖືກສັງຫານໄປ 22 ຄົນນັ້ນ, ເຊິ່ງຫຼາຍຄົນລັກສະນະໜ້າຕາເປັນຄົນຕ່າງປະເທດ ແລະ ເຊື່ອວ່າອາດຈະມີລະດັບຫົວໜ້າກະບົດບາງຄົນລວມຢູ່ໃນກຸ່ມນີ້ນຳ.


ການຄົ້ນພົບຫຼ້າສຸດເຮັດໃຫ້ຈຳນວນຜູ້ເສຍຊີວິດ ນັບຕັ້ງແຕ່ກະບົດເມົາເຕແນວຮ່ວມກຸ່ມ IS ໃນຊີຣີ ແລະ  ອິຣັກ ບຸກຢຶດເມືອງມາຣາວີ ເມື່ອວັນທີ 23 ພຶດສະພາ 2017 ທີ່ຜ່ານ ເພີ່ມຂຶ້ນເປັນຫຼາຍກວ່າ 1,000 ຄົນ ໃນຈຳນວນນີ້ລວມເຖິງນັກຮົບກະບົດ 802 ຄົນ, ທະຫານ-ຕຳຫຼວດ 160 ຄົນ ແລະ ປະຊາຊົນ 47 ຄົນ.

ທ່ານ ດູເຕເຕ ປະທານປະເທດຟິລິບປິນ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ ໜ່ວຍຄວາມໝັ້ນຄົງກຳລັງຢູ່ໃນປະຕິບັດການສຸດທ້າຍ ກ່ອນການຢຶດເມືອງມາຣາວີຄືນຈາກກຸ່ມກະບົດ ແລະ ຄາດວ່າທະຫານຈະຢຶດເມືອງຄືນໄດ້ພາຍໃນ 1 ອາທິດ, ເຊິ່ນດຽວກັບທ່ານ ພົນໂຕ ຄາຣິໂຕ ກັນເວສ ແມ່ທັບເຂດມິນດາເນົາຕາເວັນຕົກກ່າວວ່າ ສົງຄາມເມືອງມາຣາວີຈະສິ້ນສຸດລົງພາຍໃນ 1 ອາທິດນີ້ ພາຍຫຼັງທີ່ກອງທັບສາມາດຢຶດເຂດສູ້ຮົບທີ່ເຫຼືອຢູ່ໄດ້ແລ້ວ 2 ໃນ 3.


No comments

Powered by Blogger.