3 ຊາດພັນທະມິດເຫັນດີໃຊ້ແນວທາງການທູດ ຢຸດຕິບັນຫາກັບເກົາຫຼີເໜືອ - ອິດສະຫຼະ

3 ຊາດພັນທະມິດເຫັນດີໃຊ້ແນວທາງການທູດ ຢຸດຕິບັນຫາກັບເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ຕຸລາ 2017 ທີ່ຜ່ານມາວ່າ: ພາຍຫຼັງການປຶກສາຫາລືລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດຈາກເກົາຫຼີໃຕ້, ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ທີ່ນະຄອນຫຼວງໂຊ ປະເທດເກົາຫຼີໃຕ້, ທ່ານ ຈອນ ຊຸນລິແວນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ກ່າວວ່າ: ທັງສາມປະເທດພັນທະມິດຢຶດໝັ້ນຕາມແນວທາງການທູດ ເຊິ່ງລວມເຖິງການຄວາມແຮງກົດດັນ ແລະ ມາດຕະການຂວໍ້າບາດ ໂດຍມີເປົ້າໝາຍເບື້ອງຕົ້ນໃນການແກ້ໄຂບັນຫາໂຄງການນິວເຄຼຍເກົາຫຼີເໜືອເປັນສຳຄັນ ແຕ່ລັດຖະບານ ສ.ອາເມຣິກາ ທີ່ນຳໂດຍທ່ານ ໂດໂນ ທຣຳ ກໍ່ຍັງຈະພິຈາລະນາທຸກແນວທາງໃນການແກ້ໄຂ ເພາະລະບອບການປົກຄອງຂອງເກົາຫຼີເໜືອມັກບໍ່ສາມາດຄາດເດົາ ແລະ ບໍ່ມີຄວາມໂປ່ງໃສ ກ່າວໂດຍລວມຄື ຊາດພັນທະມິດຕ້ອງກຽມພ້ອມຮັບມືກັບທຸກສະຖານະການທີ່ອາດຈະເກີດຂຶ້ນ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມຣິກາ ກ່າວຕື່ມອີກວ່າ: ເປົ້າມາຍສຳຄັນຂອງຊາດພັນທະມິດຄືການສ້າງແຮງກົດດັນ ເພື່ອນຳເກົາຫຼີເໜືອເຂົ້າສູ່ໂຕະເຈລະຈາ ໂດຍບໍ່ມີການຕັ້ງເງື່ອນໄຂໃດໆ ເພື່ອໃຫ້ບັນລຸເປົ້າມາຍທີ່ສຳຄັນຄື ການເຮັດໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄຼຍ.

ເມື່ອວັນອັງຄານທີ່ຜ່ານມາ ທ່ານ ຄິມ ອິນ ຣະຢອງ ເອກອັກຄະລັດຖະທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ຖະແຫຼງທີ່ອົງການສະຫະປະຊາຊາດວ່າ ເກົາຫຼີເໜືອມີແຜນທີ່ຈະສົ່ງດາວທຽມອີກ ແຕ່ໂລກພາຍນອກຜັດຕີຄາລາວ່າ ເປັນການປົກປິດການທົດລອງເຕັກໂນໂລຊີຂີປະນາວຸດ.

No comments

Powered by Blogger.