ຕິດຄຸກຕະຫຼອດຊີວິດ ແກ້ງຂ້າແມ່ຍິງລາວ 2 ຄົນ ທີ່ກາລາສິນ ປະເທດໄທ - ອິດສະຫຼະ

ຕິດຄຸກຕະຫຼອດຊີວິດ ແກ້ງຂ້າແມ່ຍິງລາວ 2 ຄົນ ທີ່ກາລາສິນ ປະເທດໄທ



ສຳນັກຂ່າວໃນໄທລາຍງານເມື່ອວັນທີ 10 ພະຈິກ 2017 ວ່າ: ເມື່ອວັນທີ 31 ຕຸລາ 2017 ທີ່ຜ່ານມານັ້ນ ສານແຂວງກາລາສິນ ມີຄຳສັ່ງໃຫ້ຈຳຄຸກຕະຫຼອດຊີວິດ ທ້າວ ໂອກາດ ກັບ ພວກກ່ຽວລວມ 5 ຄົນ ໃນຖານຄວາມຜິດຮ່ວມກັນຂ້າຜູ້ອື່ນໂດຍມີການວາງແຜນມາກ່ອນ, ຮ່ວມກັນມີອາວຸດເສິກໄວໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ, ຮ່ວມກັນປົກປິດ, ຍ້າຍ ຫຼື ທຳລາຍສົບເພື່ອປິດບັງການຕາຍ ຫຼື ເຫດແຫ່ງການຕາຍ.

ໂດຍໄອຍະການແຂວງກາລາສິນກ່າວວ່າ ຄະດີນີ້ເກີດຂຶ້ນເມື່ອວັນທີ 1 ກັນຍາ 2016 ຕຳຫຼວດພູທອນກຸສິນາຣາຍ ພົບສົບແມ່ຍິງລາວ 2 ຄົນ ໃນປ່າລະເມາະຂ້າງໂຮງງານປຸ໋ຍ ທີ່ຕຳບົນກຸດຫວ້າ, ອຳເພີ ກຸສິນາຣາຍ ແຂວງກາລາສິນ ທັງສອງຖືກຂ້າຢ່າງໂຫດຮ້າຍ ສະພາບສົບຖືກຍິງເຂົ້າໃສ່ບໍລິເວນຫົວ.

ຕໍ່ມາ 3 ວັນພາຍຫຼັງພົບສົບ ຕຳຫຼວດໄດ້ຈັບກຸ່ມຜູ້ຕອງຫາ 5 ຄົນ ແລະ ຮູ້ວ່າຖືກອຸ້ມຂຶ້ນລົດເຊົ່າ ແລະ ຂາໃນເຂດແຂວງມຸກດາຫານ ກ່ອນຈະນຳສົບມາອຳພາງຄະດີ ເຊິ່ງພະນັກງານສືບສວນ ໄດ້ໃຊ້ເວລາໃນການສືບສວນເຖິງ 84 ວັນ ເພື່ອສົ່ງສຳນວນຢືນຟ້ອງໄອຍະການໃນວັນທີ 25 ພະຈິກ 2016 ໂດຍລະຫວ່າງການພິຈາລະນາຄະດີ ມີການສືບພະຍານໂຈດຈຳນວນ 40 ປາກ ແລະ ສືບພະຍານຈຳເລຍ 10 ປາກ.

ຫຼັກຖານເຊື່ອມໂຍງໄປທີ່ ແກ້ງຊ້າງດຳ ໂດຍມີ ທ້າວ ໂອກາດ ເປັນຫົວໜ້າແກ້ງ ແລະ ເປັນຜູ້ໃຊອາວຸດປືນຍິງຫົວ 2 ແມ່ຍິງລາວ ກ່ອນທີ່ທັງໝົດຈະຊ່ວຍກັນນຳສົບໄປອຳພາງຄະດີ ຈົນເມື່ອວັນທີ 31 ຕຸລາ 2017 ນີ້ ດ້ວຍຫຼັກຖານທັງພະຍານບຸກຄົນ ແລະ ໃນທີ່ເກີດເຫດ ສານຈຶ່ງມີຄຳສັ່ງໃຫ້ຈຳຄຸກຈຳເລຍທັງໝົດຕະຫຼອດຊີວິດ ແຕ່ຜູ້ຕ້ອງຫາທັງໝົດໃຫ້ການປະຕິເສດ.

ເຊິ່ງຜູ້ຕາຍແມ່ນ ນາງ ກອງຄຳ ພົມສາລີ ອາຍຸ 40 ປີ ແລະ ນາງ ຈັນສະໝອນ ເສນສັກດາ ອາຍຸ 26 ປີ ເຊິ່ງເປັນປະຊາຊົນເມືອງໄຊພູທອງ ແຂວງສະຫວັນນະເຂດ ສ່ວນຜູ້ວ່າຈ້າງໃຫ້ຂ້າຕາມການໃຫ້ການຂອງຄົນຮ້າຍແມ່ນ "ເຈ້ນາງ" ເປັນເງິນຈຳນວນ 400,000 ບາດ ເພື່ອໃຫ້ຂ້າບຸກຄົນທັງ 2 ເພາະຄຽດແຄ້ນທີ່ຜູ້ຕາຍມາພົວພັນກັບຜົວຂອງຕົນ.

No comments

Powered by Blogger.