ກອງທັບເຮືອ ສ.ອາເມຣິກາ - ເກົາຫຼີໃຕ້ ເປີດສາກຊ້ອມຮົບຄັ້ງໃຫຍ່ ກົດດັນເກົາຫຼີເໜືອ - ອິດສະຫຼະ

ກອງທັບເຮືອ ສ.ອາເມຣິກາ - ເກົາຫຼີໃຕ້ ເປີດສາກຊ້ອມຮົບຄັ້ງໃຫຍ່ ກົດດັນເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 11 ພະຈິກ 2017 ວ່າ: ການຊ້ອມຮົບຮ່ວມເປັນເວລາ 4 ວັນຈົນເຖິງວັນອັງຄານໜ້າ (14 ພະຈິກ) ໃນນ່ານນ້ຳຟາກຕາເວັນຕົກຂອງມະຫາສະໝຸດປາຊີຟິກ ກ່ຽວກັບກັບເຮືອບັນທຸກຍົນຮົບຂອງສະຫະລັດ ອາເມຣິກາ 3 ລຳ ປະກອບດ້ວຍເຮືອ USS Nimitz, USS Ronald Reagan USS ແລະ Theodore Roosevelt ແລະ ເຮືອລູກອີກ 11 ລຳ ສ່ວນກອງທັບເຮືອເກົາເກົາຫຼີໃຕ້ສົ່ງເຮືອຮົບ 7 ລຳເຂົ້າຮ່ວມ.

ຖືເປັນການເຝິກຊ້ອມຮ່ວມຂອງເຮືອບັນທຸກຍົນຮົບ 3 ລຳ ຄັ້ງທຳອິດໃນພູມມິພາກໃນຮອບ 10 ປີ.


ຖະແຫຼງການຂອງໂຄສົກກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວວ່າ ການເຝິກຊ້ອມຮົບຄັ້ງນີ້ມີຈຸດປະສົງ ເພື່ອເສີມສ້າງຂີດຄວາມສາມາດໃນການປ້ອງກັນໄພຮຸກຮານຈາກນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ ແລະ ສະແດງເຖິງຄວາມພ້ອມໃນການຮັບມືກັບການກະທຳທີ່ຍຸແຍ່ຂອງເກົາຫຼີເໜືອ.

ສ່ວນຖະແຫຼງການຂອງກອງທັບເຮືອສະຫະລັດ ອາເມຣິກາ ກ່າວວ່າ: ເຮືອຮົບຂອງສະຫະລັດ ອາເມຣິກາຈະເຝິກຊ້ອມການປ້ອງກັນໄພທາງອາກາດ, ການສອດແນມທາງທະເລ, ການສູ້ຮົບເພື່ອປ້ອງກັນທາງອາກາດ ແລະ ປະຕິບັດການອື່ນໆ.

ການຊ້ອມຮົບຄັ້ງນີ້ຮົບຄັ້ງນີ້ເກີດຂຶ້ນພາຍຫຼັງທີ່ທ່ານ ໂດໂນ ທຣຳ ຜູ້ນຳສະຫະລັດ ອາເມຣິກາເດີນທາງຢ້ຽມຢາມຍີ່ປຸ່ນ, ເກົາຫຼີໃຕ້ ແລະ ຈີນ ໃນອາທິດນີ້ ໂດຍບັນຫາຫຼັກຂອງການປຶກສາຫາລືໃນລະຫວ່າງການຢ້ຽມຢາມຄື ການຫາແນວທາງຕໍ່ຕ້ານໄພຮຸນຮານຈາກອາວຸດນິວເຄຼຍຂອງເກົາຫຼີເໜືອ ໂດຍໃນລະຫວ່າງການພົບປະກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທ່ານ ທຣຳ ແລະ ທ່ານ ມູນ ຕົກລົງເພີ່ມການຕິດຕັ້ງ "ສິ່ງທີ່ມີຄຸນຄ່າ" ທາງທະຫານຂອງສະຫະລັດ ອາເມຣິກາ ຢູ່ແຫຼມເກົາຫຼີ ເພື່ອເພີ່ມແຮງກົດດັນຕໍ່ເກົາຫຼີເໜືອ.



No comments

Powered by Blogger.